• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ນະຄອນໂຮ່ຈີມິນ ຟື້ນຟູຢ່າງແຮງ

ວັນທີ 1 ຕຸລາ, ກ່ອນນີ້ 1 ປີ, ນະຄອນໂຮ່ຈີມິນ ເປີດປະຕູຄືນໃຫມ່ ພາຍຫລັງໄລຍະປິດເມືອງຍ້ອນໂລກລະບາດໂຄວິດ 19. ໂດຍຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ 19 ແຕ່ດ້ວຍລັດຖະນະໂຍບາຍອັນຖືກຕ້ອງ ເພື່ອແນໃສ່ຟື້ນຟູພາຍຫລັງໂລກລະບາດ, ເສີມຂະຫຍາຍມູນເຊື້ອຂະຫຍັນຂັນເຄື່ອນປະດິດຄິດສ້າງມານະພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈຂອງປະຊາຊົນ ແລະ ວິສາຫະກິດ, ນະຄອນໂຮ່ຈີມິນ ພວມຟື້ນຟູຢ່າງແຮງ.
  ທ່ານ ຫງວຽນວັນເນນ ເລຂາຄະນະພັກ ນະຄອນໂຮ່ຈີມິນ. ພາບ: baotuoitre  

ການເປີດປະຕູຄືນໃຫມ່ໃນສະພາບທີ່ໂລກລະບາດຍັງຜັນແປສັບສົນ, ນະຄອນ ໂຮ່ຈີມິນ ໄດ້ປະເຊີນຫນ້າກັບຄວາມຫຍຸ້ງຍາກ, ເສດຖະກິດ, ສັງຄົມຖືກຜົນສະທ້ອນຢ່າງຫນັກຫນ່ວງ. ໃນ 2 ປີທີ່ຖືກຜົນສະທ້ອນຍ້ອນໂລກລະບາດ, ນະຄອນ ໂຮ່ຈີມິນ ເສຍຫາຍກວ່າ 273.000  ຕື້ດົ່ງ. ແລະ ກໍ່ເປັນຄັ້ງທຳອິດໃນປະຫວັດສາດ ນັບແຕ່ເມື່ອປ່ຽນແປງໃຫມ່, ລະດັບເຕີບໂຕຂອງສູນເສດຖະກິດໃຫຍ່ສຸດຂອງປະເທດແມ່ນຕົກຢູ່ໃນລະດັບ - 6,78%. ແຕ່ດ້ວຍຄວາມຂະຫຍັນຂັນເຄື່ອນ ປະດິດຄິດສ້າງ ນະຄອນໄດ້ສ້າງຍຸດທະສາດຟື້ນຟູ, ທົດລອງເປີດປະຕູຢູ່ບັນດາເມືອງທີ່ເຂດສີຂຽວ, ສ້າງແຜນການຟື້ນຟູເສດຖະກິດ ດ້ວຍ 11 ຍຸດທະສາດ. ເມື່ອນະຄອນ ແລະ ບັນດາແຂວງທາງພາກໃຕ້ເປີດປະຕູຄືນໃຫມ່, ລັດຖະບານໄດ້ປະກາດໃຊ້ ມະຕິ ເລກ 128 ຫັນປ່ຽນຍຸດທະສາດຈາກ “Zero COVID” ມາເປັນ “ຮັບມືຢ່າງປອດໄພ, ຂະຫຍັນຂັນເຄື່ອນ, ຄວບຄຸມໂລກລະບາດຢ່າງມີປະສິດທິຜົນ” ຊ່ວຍຍຸດທະສາດຟື້ນຟູຂອງນະຄອນໃຫ້ມີຄວາມສະດວກຕື່ມອີກ.

ບໍ່ພຽງແຕ່ຄວບຄຸມໂລກລະບາດເປັນຢ່າງດີເທົ່ານັ້ນ ນະຄອນ ກໍ່ມານະພະຍາຍາມຟື້ນຕົວເສດຖະກິດພາຍຫລັງໂລກລະບາດ ດ້ວຍບັນດານະໂຍບາຍໂຄສະນາສົ່ງເສີມການຄ້າ, ຍູ້ແຮງການພົວພັນຮ່ວມມື, ເປັນເຈົ້າການໃນການພົບປະເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ເພາະສະນັ້ນ ຈາກຍອດຜະລິດຕະພັນພາຍໃນນະຄອນ (GRDP) ໃນປີ 2021 ບັນລຸລະດັບ -5,06%, ແຕ່ໃນໄຕມາດ 1 ປີ 2022 ໄດ້ບັນລຸລະດັບ +1,88%. ທີ່ການຖະແຫລງຂ່າວແຈ້ງຂໍ້ມູນເສດຖະກິດສັງຄົມ 7 ເດືອນຕົ້ນປີ 2022, ທ່ານປະທານຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ ຟານວັນໝາຍ ຢັ້ງຢືນວ່າ:

 “ມາຮອດຈຸດເວລານີ້ ເສດຖະກິດ ສັງຄົມ ຂອງນະຄອນ ໂຮ່ຈີມິນ ອາດເວົ້າໄດ້ວ່າ ແມ່ນຟື້ນຟູຢ່າງວ່ອງໄວຄົບຊຸດຮອບດ້ານລະດັບເຕີບໂຕ GRDP 6 ເດືອນຕົ້ນປີບັນລຸ 3,82% ຖ້າປຽບທຽບກັບລະດັບສະເລ່ຍຂອງທົ່ວປະເທດ ແມ່ນຍັງຕ່ຳຢູ່ ແຕ່ສຳລັບນະຄອນນີ້ກໍ່ແມ່ນການຟື້ນຟູດ້ວຍຄວາມພະຍາຍາມຢ່າງຫລວງຫລາຍແລ້ວ

ເກືອບ 1 ປີພາຍຫລັງໂລກລະບາດໂຄວິດ 19, ເສດຖະກິດຂອງນະຄອນ ມີບັນດາບາດກ້າວຟື້ນຟູຢ່າງຄົບຊຸດ, ຄາດວ່າ 9 ເດືອນປີ 2022 ຈະບັນລຸ 9,71%. ສະພາບການນຳເຂົ້າສົ່ງອອກສິນຄ້າຂອງວິສາຫະກິດເຕີບໂຕດີພໍສົມຄວນ, ການຄ້າ ການບໍລິການ ທ່ອງທ່ຽວຟື້ນຕົວຢ່າງແຮງ, ດຶງດູດ FDI ບັນລຸ 2,91 ຕື້ USD. ທ່ານ ຫງວຽນວັນເນນ ເລຂາພັກນະຄອນໂຮ່ຈີມິນ ຖືວ່າ: ຕົວເລກທີ່ເປັນໜ້າປະທັບໃຈໃນໄລຍະຜ່ານມາ ແມ່ນພື້ນຖານເພື່ອໃຫ້ນະຄອນພັດທະນາເສດຖະກິດ, ສັງຄົມມີສະຖຽນລະພາບ, ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ແມ່ນທ່າດີເພື່ອພະຍາຍາມສຳເລັດບັນດາຄາດໝາຍ ຫນ້າທີ່ທີ່ວາງອອກຂອງປີ 2022 ແລະ ໄລຍະ 2020  -2025.

  ໃຈກາງນະຄອນ ໂຮ່ຈີມິນ. ພາບ: baoxaydung.com.vn  

ຫວ່າງແລ້ວນີ້ໃນການເຮັດວຽກຢູ່ ນະຄອນ ໂຮ່ຈີມິນທ່ານ ຫງວຽຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງຄວາມມານະພະຍາຍາມ ແລະ ໝາກຜົນຜົນສຳເລັດຊື່ງອົງຄະນະພັກອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ ບັນລຸໄດ້.

ໃນສະພາບຄວາມຫຍຸ້ງຍາກນັ້ນພາຍໃຕ້ການຊີ້ນຳຢ່າງຂ້ຽວຂາດ ແລະ ທັນການຂອງສູນກາງພັກ ແລະ ລັດ ພ້ອມກັບທົ່ວປະເທດອົງຄະນະພັກອຳນາດການປົກຄອງ ແລະ ປະຊາຊົນ ນະຄອນໂຮ່ຈີມິນ ໄດ້ມານະພະຍາຍາມສູ້ຊົນບັນລຸຫລາຍໝາກຜົນສຳຄັນໃນຈຸດເວລາທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກສິ່ງທ້າທາຍນັ້ນລັກສະນະດີເລີດຂອງລະບົບການເມືອງຫວຽດນາມເຈດຈຳນົງກຳລັງແຮງຫວຽດນາມມູນເຊື້ອຮັກຊາດສາມັກຄີ ອຸ້ມຊູຊ່ວຍເຫລືອເຊິ່ງກັນແລະກັນຂອງປະຊາຊົນນະຄອນ ແລະ ບັນດາແຂວງພາກໃຕ້ ໄດ້ຢັ້ງຢືນອີກຄັ້ງຫນຶ່ງ ແລະ ເສີມຂະຫຍາຍຢູ່ລະດັບສູງໃຫມ່ທັນການ ຖືກກັບເວລາ.

ບັນດາໝາກຜົນທີ່ດີພໍສົມຄວນຂອງນະຄອນໂຮ່ຈີມິນ ໄລຍະຜ່ານມາ ຊີ້ໃຫ້ເຫັນວ່າ ບັນດາມາດຕະການຊື່ງລັດຖະບານ ແລະ ນະຄອນ ຜັນຂະຫຍາຍໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ. ເຖິງຢ່າງໃດກໍຕາມ ນະຄອນ ກໍ່ຄວນມີກົນໄກພິເສດສະເພາະ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນທັງໝົດທີ່ມີ. ທ່ານ ປອ ຫວໍຈີຫາວ ຖືວ່າ:

ນະຄອນ ໂຮ່ຈີມິນ ຄວນກຳນົດການສ້າງເປັນສູນການເງິນວິທະຍາສາດເຕັກໂນໂລຊີສູງ ຫາກບໍ່ແມ່ນເຮັດທຸກສິ່ງທຸກຢ່າງຂົງເຂດເກີບນັງຕ່ຳແຜ່ນຕັດຍິບອຸດສາຫະກຳ… ສິ່ງທີ່ເອີ້ນວ່າ low-tech (ເຕັກໂນໂລຊີຕ່ຳ) ແມ່ນຄວນປະໃຫ້ຕົວເມືອງທີ່ຂຶ້ນກັບ ເປັນຜູ້ຮັບຜິດຊອບ.

ດ້ວຍມູນເຊື້ອ “ພາກໃຕ້ໄປກ່ອນແຕ່ກັບຫລັງ”, “ນະຄອນໂຮ່ຈີມິນ ເພື່ອທົ່ວປະເທດ, ພ້ອມກັບທົ່ວປະະເທດ” ແນ່ນອນວ່າ ນະຄອນໂຮ່ຈີມິນ ຈະພັດທະນາກະໂດດຂັ້ນກວ່າໃນໄລຍະຈະມາເຖິງ ເພື່ອສືບຕໍ່ຮັກສາບົດບາດນຳຫນ້າຂອງທົ່ວປະເທດ./.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top