• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດດີຈີຕອນ-ກຳລັງຫນູນຂອງກະແສເງິນລົງທຶນໃໝ່

      ໂລກລະບາດໂຄວິດ 19ໄດ້ກໍ່ຜົນກະທົບຢ່າງຫນັກຫນ່ວງທີ່ບໍ່ເຄີຍມີມາກ່ອນໃນຂອບຂະຫນາດທົ່ວໂລກຫວຽດນາມ ປະຕິບັດມາດຕະການປ້ອງກັນ ສະກັດກັ້ນໂລກລະບາດສຳເລັດຜົນ ແລະ ພວມຟື້ນຟູບັນດາການເຄື່ອນໄຫວໃຫ້ກັບຄືນສູ່ສະພາບປົກກະຕິສິ່ງທີ່ຫນ້າສົນໃຈ ນັ້ນແມ່ນເມື່ອມີໂອກາດກາຍເປັນຈຸດນັດພົບແຖວຫນ້າຂອງກະແສເງິນລົງທຶນໃຫມ່ໃນທ່າອ່ຽງຫັນປ່ຽນລະບົບສະຫນອງທົ່ວໂລກຊື່ງຖືກຂາດວັກຂາດຕອນຍ້ອນໂລກລະບາດໂຄວິດ 19, ຫວຽດນາມ ໄດ້ ແລະ ພວມນຳໃຊ້ຫລາຍນະໂຍບາຍພັດທະນາເສດຖະກິດດີຈີຕອນເພື່ອຮັບເອົາກະແສເງິນລົງທຶນໃຫມ່.

ພາບປະກອບ: cafef.vn
      ປະຈຸບັນ ມີຫລາຍປະເທດ,ຫຼາຍເຂດແຄ້ວນ ແລະ ບັນດາກຸ່ມບໍລິສັດເຕັກໂນໂລຊີແຖວຫນ້າໃນໂລກຄື: Apple, Samsung, LG, TIBCO Software, Daikin, Microsoft...ພວມຊຸກຍູ້ການລົງທຶນຄືນໃຫມ່, ເປີດກວ້າງບັນດາໂຮງຈັກໂຮງງານຢູ່ຫວຽດນາມ. ສະນັ້ນ ບັນດາຜູ້ຊ່ຽວຊານຄົ້ນຄ້ວາໄດ້ໃຫ້ຂໍ້ສັງເກດວ່າ: ຫວຽດນາມ ພວມມີກາລະໂອກາດເຂົ້າຮ່ວມ “ກຸ່ມ 4 ປະເທດແຖວຫນ້າ” ລວມມີ: ອາເມລິກາ, ອົດສະຕາລີ, ຍີ່ປຸ່ນ, ອິນເດຍ ເພື່ອແນໃສ່ເປົ້າໝາຍສ້າງໂຄງປະກອບລະບົບສະຫນອງທົ່ວໂລກຄືນໃຫມ່ ຫລັງໂລກລະບາດໂຄວິດ 19. ໃນຂະນະນັ້ນ ເລື່ອງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ພວມດຳເນີນໄປຢູ່ ຮ່າໂນ້ຍ ຈະປຶກສາຫາລື ຮັບຮອງເອົາສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA)ນັ້ນຈະເປີດກາລະໂອກາດໃຫຍ່ໃຫ້ແກ່ຫວຽດນາມຮັບເອົາກະແສເງິນລົງທຶນຈາກຕ່າງປະເທດໃນໄລຍະຈະມາເຖິງ.
ໃນໄລຍະປະຈຸບັນ, ເລື່ອງພັດທະນາເຕັກໂນໂລຊີ ແລະ ເສດຖະກິດດີຈີຕອນໄດ້ຮັບຖືວ່າແມ່ນຫລັກແຫລ່ງແກ່ນສານເພື່ອໃຫ້ຫວຽດນາມຍາດແຍ່ງກາລະໂອກາດຮັບເອົາກະແສເງິນລົງທຶນອັນດູດດື່ມນີ້. ຍູ້ແຮງການໝູນໃຊ້ເຕັກໂນໂລຊີດີຈີຕອນ ແລະ ເຕັກນິກດີຈີຕອນ ຈະສ້າງພື້ນຖານ ແລະ ທ່າໄດ້ປຽບຢ່າງໃຫຍ່ຫລວງທີ່ສຸດໃນການດຶງດູດການລົງທຶນຈາກຕ່າງປະເທດ ພິເສດແມ່ນ ໃນຂົງເຂດເຕັກໂນໂລຊີ. ພື້ນຖານເສດຖະກິດດີຈີຕອນໄດ້ສ້າງສະພາບແວດລ້ອມໃຫ້ແກ່ບັນດາວິສາຫະກິດເພີ່ມການຮ່ວມສຳພັນ, ການຮ່ວມມື, ການກະທົບຕອບໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ການຈຳຫນ່າຍ ແລະ ສົ່ງອອກ, ແນ່ນອນວ່າຈະນຳຫວຽດນາມ ກາຍເປັນປັດໄຈສຳຄັນໃນລະບົບສະຫນອງທົ່ວໂລກ.
            ໄລຍະຜ່ານມາ ຫວຽດນາມ ໄດ້ຜັນຂະຫຍາຍຫລາຍມາດຕະການຍູ້ແຮງການໝູນໃຊ້ເຕັກໂນໂລຊີ ພັດທະນາພື້ນຖານເສດຖະກິດີຈີຕອນ. ນະຄອນໂຮ່ຈີມິນ ດ້ວຍບົດບາດນຳຫນ້າເສດຖະກິດຂອງທັງປະເທດ ໄດ້ຮີບເຮັ່ງສ້າງໃຫ້ສຳເລັດແຜນຮ່າງພັດທະນາຕົວເມືອງປະດິດຄິດສ້າງທາງທິດຕາເວັນອອກຂອງນະຄອນ, ສ້າງ ແລະ ປັບປຸງພື້ນຖານໂຄງລ່າງດ້ານເຕັກນິກໃຫ້ແກ່ບັນດານັກລົງທຶນຕ່າງປະເທດໂດຍໄວ. ແຂວງ ບີງເຢືອງ ກໍ່ຮີບເຮັ່ງຜັນຂະຫຍາຍ, ພັດທະນາແຜນຮ່າງ “ເຂດຕົວເມືອງອັດສະລິຍະ” ຕິດພັນກັບບັນດາເຂດເຕັກໂນໂລຊີສູງ, ຮັບໃຊ້ສະເພາະບັນດານັກລົງທຶນກ່ຽວກັບເຕັກໂນໂລຊີເພື່ອທົດແທນໃຫ້ບັນດາຂະແຫນງເດີມຄື: ຕັດຫຍິບ, ຕ່ຳແຜ່ນ, ປຸງແຕ່ງ…
            ພ້ອມກັນນັ້ນ ບັນດາກະຊວງ, ຂະແຫນງການ ໄດ້ຍູ້ແຮງການຜັນຂະຫຍາຍບັນດາມາດຕະການຄື: ພັດທະນາພື້ນຖານໂຄງລ່າງເຊື່ອມຕໍ່ ອິນເຕີແນັດ, ກໍ່ສ້າງຖານຂໍ້ມູນແຫ່ງຊາດ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດລົງເລິກຂະແໜງ, ຊ່ວຍຫັນປ່ຽນການຜະລິດຕິດພັນກັບອິນເຕີແນັດ, ສ້າງ ແລະ ສຳເລັດບັນດາພື້ນຖານ, ລະບຽບການໃຫ້ບັນດາຮູບແບບດຳເນີນທຸລະກິດດີຈີຕອນ.
            ກະແສເງິນລົງທຶນໃຫມ່ຫລັງໂລກລະບາດໂຄວິດ 19 ມີລັກສະນະເປັນໄລຍະ ແລະ ແມ່ນກາລະໂອກາດໃຫຍ່ໃຫ້ແກ່ຫວຽດນາມ. ສະນັ້ນ ເລື່ອງຍູ້ແຮງການປະຕິບັດຫັນມະຕິເລກ 52 ຂອງກົມການເມືອງໃຫ້ປະກົດຜົນເປັນຈິງ ໃນນັ້ນ ໄດ້ສຸມໃສ່ພັດທະນາເສດຖະກິດດີຈີຕອນໃຫ້ມີລັກສະນະຄົບຊຸດ, ເຊື່ອມຈອດສູງ, ມຸ່ງໄປເຖິງການຍົກເລີກບັນດາຮົ້ວກີດຂວາງໃນລະບຽບການບໍລິຫານ, ອອກຫນັງສືອະນຸຍາດ, ດັດປັບການລົງທຶນ, ແຈ້ງພາສີອາກອນ, ແກ້ໄຂຂໍ້ຕິດຂັດຂອງວິສາຫະກິດ… ຜ່ານສະພາບແວດລ້ອມເຕັກໂນໂລຊີດີຈີຕອນ ແມ່ນສິ່ງຈຳເປັນທີ່ສຸດໃນສະພາບການປະຈຸບັນ. ບັນດານະໂຍບາຍຫນູນຊ່ວຍ, ສ້າງສະພາບແວດລ້ອມໃຫ້ແກ່ນັກລົງທຶນໝູນໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການຜະລິດ, ດຳເນີນທຸລະກິດຢ່າງທັນການ, ຈະບໍ່ພາດໂອກາດຈາກກະແສເງິນລົງທຶນໃຫມ່, ສ້າງກຳລັງຫນູນໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດານັກລົງທຶນໃນລະບົບສະຫນອງທົ່ວໂລກຕໍ່ກັບປະເທດຫວຽດນາມ ທີ່ປອດໄພ.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top