• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ປີ 2026: ຫວຽດ​ນາມ ສວມ​ບົດ​ບາດ​ທີ່ມ​ມີລັກ​ສະ​ນະ​ສ້າງ​ສັນ

ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ປີ 2026 ໄດ້​ດໍ​າ​ເນີນ​ຢູ່ ຮ່າ​ໂນ້ຍ ແຕ່​ວັນ​ທີ 9 – 10 ມິ​ຖຸ​ນາ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ, ຫັນ​ຈາກ​ “ການ​ເຂົ້າ​ຮ່ວມ” ໄປ​ສູ່ການ “ສ້າງ​ໂຄງ​ການ​ດຳ​ເນີນ​ງານ​ຍຸດ​ທະ​ສາດຂອງ ອາ​ຊຽນ”.
  ທ່ານ Kao Kim Hourn ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ໃຫ້​ການ​ສຳ​ພາດ​ນັກ​ຂ່າວ VOV  

ຕາມ​ທ່ານ Kao Kim Hourn ເລ​ຂາ​ທິ​ການ​ໃຫຍ່ ອາ​ຊຽນ ແລ້ວ, ເວ​ທີ​ປາ​ໄສ ພວມ​ຄ່ອຍໆ​ສ້າງ​ອິດ​ທິ​ພົນ, ເຄື່ອງ​ໝາຍ ແລະ ແມ່ນ​ຊ່ອງ​ທາງ​ແລກ​ປ່ຽນ​ທີ່​ເປັນ​ປະ​ໂຫຍດ ແລະ ແທດ​ຈິງ, ປະ​ກອບ​ສ່ວນ​ໃຫ້​ແກ່​ບັນ​ດາ​ວິ​ວັດ​ທະ​ນາ​ການ​ສ້າງ​ກຳ​ນົດ​ນະ​ໂຍ​ບາຍ ແລະ ຊຸກ​ຍູ້​ການ​ຮ່ວມ​ມື ກໍ​ຄື​ການ​ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ.

“ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ແມ່ນ​ຂໍ້​ລິ​ເລີ່ມ​ສຳ​ຄັນ​ຂອງ ຫວຽດ​ນາມ ແນ​ໃສ່​ຊຸກ​ຍູ້​ການ​ທູດ ອາ​ຊຽນ​ ໃນ​ລະ​ດັບ​ພາກ​ພື້ນ ແລະ ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່ ອ​າ​ຊຽນ. ປີ 2026, ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ເວ​ທີ​ປາ​ໄສ ອະ​ນາ​ຄົດ ອາ​ຊຽນ ປະ​ຈຳ​ປີຄັ້ງ​ທີ 3, ເສີມ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ຂອງ​ສອງ​ປີ​ກ່ອນ. ພວກ​ເຮົາ​ຕ້ອງ​ນຳ ອາ​ຊຽນ ເຂົ້າ​ແຜນ​ທີ່​ທົ່ວ​ໂລກ. ເວ​ທີ​ປາ​ໄສ​ພິ​ເສດ​ນີ້ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສຳ​ຄັນ, ບ່ອນ​ທີ່​ຂ້າ​ພ​ະ​ເຈົ້າ​ຄິດ​ວ່າ ຫວຽດ​ນາມ ພວມ​ສວມ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຂອງ​ຕົນ ເພື່ອ​ສ້າງ​ບັນ​ດາ​ສານ​ຍຸດ​ທະ​ສາດ​ຂອງ ອາ​ຊຽນ ຄືນ​ໃໝ່. ພວ​ກ​ເຮົາ​ຕ້ອງ​ຮັບ​ປະ​ກັນ​ວ່າ ມີ​ສຽງ​ເວົ້າ​ຢ່າງ​ເຂັ້ມ​ແຂງ​ຂອງ ອາ​ຊຽນ ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ສິ່ງເຫຼົ່າ​ນັ້ນ ມີ​ຄວາມ​ສຳ​ຄັນ​ທີ່​ສຸດ.”

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ​ ສີ​ພັນ​ດອນ ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັ​ນ​ທາງ​ການ ແລະ ເຂົ້າ​ຮ່ວມ AFF 2026

ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ, ທ່ານ ສອນ​ໄຊ ສີ​ພັນ​ດອນ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ມາ​ຮອດ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3 ປີ 2026 ແຕ່​ວັນ​ທີ 7 – 9 ມິ​ຖຸ​ນາ 2026, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ.

Top