
ວັນທີ 12 ມັງກອນ, ຢູ່ ຫາຍຟ່ອງ ໄດ້ດຳເນີນເວທີປາໄສ “ການທ່ອງທ່ຽວ ຫວຽດນາມ 2021 - ມາດຕະການຟື້ນຟູ ແລະ ພັດທະນາ” ເພື່ອແນໃສ່ຟື້ນຟູ, ພັດທະນາການເຄື່ອນໄຫວການທ່ອງທ່ຽວໄວທີ່ສຸດ ແຕ່ຍັງຕ້ອງຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ. ທ່ານ ຫງວຽນກົງຮວານ, ຫົວໜ້າຄະນະສື່ສານ ສະຫະສະມາຄົມ ທ່ອງທ່ຽວ ຫວຽດນາມ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ Flamingo Redtour ຖືວ່າ:
“ຂ້າພະເຈົ້າມີຂໍ້ສະເໜີວ່າ, ທີໜຶ່ງແມ່ນພວກເຮົາຮ່ວມສຳພັນກະຕຸ້ນການທ່ອງທ່ຽວ ເພື່ອເຮັດແນວໃດຜັນຂະຫຍາຍໄດ້ໃນທົ່ວປະເທດ. ແຕ່ລະທ້ອງຖິ່ນ, ແຕ່ລະຈຸດເວລາ, ແຕ່ລະເຂດພາກ ອາດຈະມີລາຍການກະຕຸ້ນການທ່ອງທ່ຽວທີ່ແຕກຕ່າງກັນ. ຂ້າພະເຈົ້າຢາກຮຽກຮ້ອງໃຫ້ ອຳນາດການປົກຄອງທ້ອງຖິ່ນ, ສະຖານທີ່ທ່ອງທ່ຽວ, ຜູ້ສະໜອງການບໍລິການ ຈະພ້ອມກັບ ບັນດາບໍລິສັດທ່ອງທ່ຽວ, ບໍລິສັດການບິນ ເຂົ້າຮ່ວມຢ່າງຂ້ຽວຂາດ ແລະ ແທດຈິງ”
ໃນຂອບເຂດຂອງເວທີປາໄສ, ກຸ່ມບໍລິສັດ Flamingo Redtour ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ແລະ ບົດບັນທຶກຊ່ວຍຈຳ ກັບ ສະໂມສອນ MICE - ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ແລະ ສຳພັນທະມິດກະຕຸ້ນການທ່ອງທ່ຽວຢູ່ ຫວຽດນາມ; ສົມທົບກັນຈັດຕັ້ງເຫດການສົ່ງເສີມ, ໂຄສະນາຜະລິດຕະພັນທ່ອງທ່ຽວໃນຕະຫຼາດພາຍໃນ ແລະ ສາກົນ ປີ 2021.
(ແຫຼ່ງຄັດຈາກ VOV)