• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ 2022

ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະ ການພັດທະນາແບບຍືນຍົງ ແມ່ນທ່າອ່ຽງຈຳເປັນໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ, ທ້ອງຖິ່ນ, ວິສາຫະກິດ.

ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະ ການພັດທະນາແບບຍືນຍົງ ແມ່ນທ່າອ່ຽງຈຳເປັນໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ, ທ້ອງຖິ່ນ, ວິສາຫະກິດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ

ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມເວທີປາໄສ ແລະ ງານວາງສະແດງເສດຖະກິດຂຽວ 2022.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ ແລະ ການພັດທະນາແບບຍືນຍົງ ແມ່ນທ່າອ່ຽງຈຳເປັນໃຫ້ແກ່ຍຸດທະສາດພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດ, ທ້ອງຖິ່ນ, ວິສາຫະກິດ ແລະ ໃນຕົວຈິງ ໄດ້ນຳມາເຊິ່ງຜົນສຳເລັດຢູ່ຫຼາຍປະເທດ. ຢູ່ ຫວຽດນາມ, ລັດຖະບານ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄວາມຄາດຫວັງສ້າງການຫັນປ່ຽນຢ່າງແຮງ ແລະ ມີປະສິດທິຜົນກວ່າ ໃນໄລຍະຈະມາເຖິງ ດ້ວຍເລື່ອງອະນຸມັດຜ່ານຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕສີຂຽວໄລຍະ 2021 – 2030, ວິໄສທັດຮອດປີ 2050.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຕັດແຖບຜ້າເປີດງານວາງສະແດງບັນດາຜະລິດຕະພັນ ແລະ ເຕັກໂນໂລຊີສີຂຽວ ແລະ ຕ້ອນຮັບບັນດາວິສາຫະກິດ, ກຸ່ມບໍລິສັດແຖວໜ້າ ເອີລົບ.

(ແຫຼ່ງຄັດຈາກ VOV)

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ນະ​ຄອນ​ໂຮ່​ຈີ​ມິນ ສູ້​ຊົນ​ກາຍ​ເປັນ​ສູນ​ການ​ເງິນ​ສາ​ກົນ​ແຖວ​ໜ້າ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ

ໜຶ່ງ​ໃນ​ບັນ​ດາ​ທິດ​ເດີນ​ໂດຍ​ນະ​ຄອນ​ກຳ​ນົດ​ແມ່ນ​ສ້າງ​ສູນ​ການ​ເງິນ​ທາງ​ທະ​ເລ ສາ​ກົນ ແລະ ວາ​ງ​ເປົ້າ​ໝາຍ​ດຶງ​ດູດ​ປະ​ມານ 30% ມູນ​ຄ່າ​ທຸລະກຳ​ກາ​ນ​ເງິນ​ທາງ​ທະ​ເລ​ກັບ​ເຂົ້າມາ ຫວຽດ​ນາມ ພາຍໃນ​ຮອບ​ເວ​ລາ 5 ປີ​ຈະ​ມາ​ເຖິງ, ປະ​ມານ 300 ຕື້ USD ຕໍ່​ປີ.

Top