• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ ອາຊຽນ - ຍີ່ປຸ່ນ ຄັ້ງທີ 32

ເວທີ​ປາ​ໄສ ອາ​ຊຽນ - ຍີ່ປຸ່ນ ຄັ້ງ​ທີ 32
(ພາບ: ອິນເຕີແນັດ)
 ​      ໃນ​ລະຫວ່າງ​ວັນ​ທີ 01 – 02/03/2017 ຢູ່ Banda Seri Begawan ປະ​ເທດ ບຣຸ​ໄນ ​ໄດ້​ດຳ​ເນີນ​ເວທີ​ປາ​ໄສ ອາ​ຊຽນ - ຍີ່ປຸ່ນ ຄັ້ງ​ທີ 32. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ກວກ​ຢຸງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຫົວ​ໜ້າ SOM ອາ​ຊຽນ ຂອງ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ.
        ​ເວທີ​ປາ​ໄສ​ໄດ້​ສຳ​ຫລວດ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ອາ​ຊຽນ - ຍີ່ປຸ່ນ ​ໃນ​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​ເຖິງ​ເລື່ອງ ຍີ່​ປຸ່ນ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ອາ​ຊຽນ ​ໃນ​ທຸກ​ຂົງ​ເຂດ. ຍີ່ປຸ່ນ ຢືນຢັນ​ວ່າ ຈະ​ສະໜັບສະໜູນ​ບົດ​ບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ໂຄງ​ສ້າງຂອງ​ພາກ​ພື້ນ​ພວມ​ໄດ້​ເປັນ​ຮູບ​ເປັນ​ຮ່າງ ​ແລະ ສືບ​ຕໍ່​ຖື ອາ​ຊຽນ ​ແມ່ນ​ບຸລິມະສິດ​ໃຫຍ່​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຍີ່ປຸ່ນ.
        ກ່ຽວ​ກັບ​ບັນຫາ​ພາກ​ພື້ນ ​ແລະ ສາກົນ, ທ່ານ​ຮອງລັດຖະມົນຕີ ຫງວຽນ​ກວກ​ຢຸງ ​ແບ່ງປັນ​ການ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ທະ​ເລ​ຕາ​ເວັນ​ອອກ, ຢືນຢັນ​ທັດສະນະ​ຂອງ ຫວຽດນາມ ກໍ່​ຄື​ຫຼັກ​ໝັ້ນ​ລວມຂອງບັນດາ​ປະ​ເທດ ອາ​ຊຽນ ຢູ່​ບັນດາ​ຖະ​ແຫຼ​ງການ​ມໍ່ໆ​ມາ​ນີ້​ຂອງ ອາ​ຊຽນ. ທ່ານ​ຮອງລັດຖະມົນຕີ ຫງວຽນ​ກວກ​ຢຸງ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ແກ້​ໄຂບັນດາ​ການ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົ​ດ​ໝາຍວ່າ​ດ້ວຍ​ທະ​ເລ (UNCLOS) 1982, ບໍ່​ນຳ​ໃຊ້​ອາວຸດ ຫຼື ນາບ​ຂູ່​ການນຳ​ໃຊ້​ອາວຸດ, ປະຕິບັດ​ຖະ​ແຫຼ​ງການ​ວ່າ​ດ້ວຍ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​​ແລະ ສຳ​ເລັດ​ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ​ຢ່າງ​ມີ​ປະສິດທິ​ຜົ​ນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top