ຂ່າວສານ
ເລຂາທິການໃຫຍ່ ໂຕເລິມ ປະດັດຫຼຽນໄຊວິລະກຳ , ຫຼຽນກາພັກ ໃຫ້ແກ່ບັນດາການນຳ, ອະດີດການນຳພັກ, ລັດ
ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານໂຕເລິມ ເລຂາທິກາໃຫຍ່ຄະນະບໍລິຫານງານສູນກາງພັກ ໄດ້ເປັນປະທານພິທີປະດັດຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາສະມາຊິກພັກອາຍຸ 40 ປີໃຫ້ແກ່ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ປະດັດຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາສະມາຊິກພັກອາຍຸ 45 ປີໃຫ້ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ… ແລະ ການນຳພັກ, ພັດຈຳນວນໜຶ່ງ.
ກ່າວຄຳເຫັນນະທີ່ນີ້, ທ່ານ ໂຕເລິມ ເລຂາທິການໃຫຍ່ປາດຖະໜາວ່າບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.
ໂດຍຕາງໜ້າບັນດາການນຳທີ່ໄດ້ຮັບປະດັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ບັນດາຫຼຽນກາພັກ, ທ່ານນາຍົກລັດຖະມົນຕີ ກ່າວວ່າ ນີ້ແມ່ນບ່ອນອີ່ງດ້ານຈິດໃຈອັນໝັ້ນແກ່ນ, ແມ່ນກຳລັງໜູນກະຕຸກຊຸກຍູ້ຢ່າງແຮງ, ແມ່ນຄຳຕັກເຕືອນຢ່າງເລິກເຊິ່ງເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍຄຸນນະທາດອັນດີງາມຂອງພະນັກງານ, ສະມາຊິກພັກ, ມານະພະຍາຍາມ ອຸທິດສ່ວນໃຫ້ແກ່ພາລະກິດແຫ່ງການປະຕິວັດຂອງພັກ, ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ.








