• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສົ່ງ​ຈົດ​ໝາຍ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ຄອບ​ຄົວ ຫວ​ຽດ​ນາມ

ແຕ່​ລະ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຕ້ອງ​ມຸ່ງ​ໄປ​ເຖິງ​ຄອບ​ຄົວ​ປອດ​ໄພ​ກວ່າ, ມີ​ຄວາມ​ສະ​ເໝີ​ພາບກວ່າ, ວັດ​ທະ​ນະ​ທຳ​ມະ​ນຸດກວ່າ, ເດັກ​ນ້ອຍ​ໄດ້​ຮັບ​ການ​ປົກ​ປ້ອງ, ແມ່​ຍິງ​ໄດ້​ຮັບ​ຄວາມ​ເຄົາ​ລົບ, ຜູ້​ມີ​ອາ​ຍຸ​ສູງ​ໄດ້​ຮັບ​ການ​ລ້ຽງ​ດູ, ​ສະ​ມາ​ຊິກ​ທຸກ​ຄົນໃນ​ຄອບ​ຄົວ​ໄດ້​ດຳ​ລົງ​ຊີ​ວິດ​ທ່າມ​ກາງ​ຄວາມ​ຮັກ​ແພງ, ລະບຽບ​ວິ​ໄນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.
ທ່ານ ໂຕ​ເລິມ, ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ (ພາບ:VGP)

ໃນ​ຈົດ​ໝາຍ, ທ່ານ ໂຕ​ເລິມ, ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ຊີ້​ແຈ້ງວ່າ: 25 ປີ​ຜ່ານ​ມາ, ວັນ​ຄອບ​ຄົວ ຫວຽດ​ນາມ ໄດ້​ກາຍ​ເປັນ​ໂອ​ກາດ​ເພື່ອ​ເຄົາ​ລົບ, ແຜ່​ກະ​ຈາຍ​ບັນ​ດາ​ຄຸນ​ຄ່າ​ແບບ​ຍືນ​ຍົງ​ຂອງ​ຄອ​ບ​ຄົວ. ຫວຽດ​ນາມ ພວມ​ກ້າວ​ເຂົ້າ​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ກາ​ລະ​ໂອ​ກາດ​ໃໝ່. ເສດ​ຖະ​ກິດ​ການ​ຕະຫຼາດ, ຫັນ​ເປັນ​ຕົວ​ເມືອງ, ອົບ​ພະ​ຍົບ​ແຮງ​ງານ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ປະ​ຊາ​ຊົນ​ໃນ​ອາ​ຍຸ​ສູງກວມ​ເອົາ​ສ່ວນຫຼາຍ… ພວມ​ກໍ່​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ຄອບ​ຄົວ​ໃນ​ແຕ່​ລະ​ວັນ. ສິ່ງ​ທີ່​ເປັນ​ໜ້າ​ກັງ​ວົນ​ ນັ້ນ​ແມ່ນ ບໍ່​ພຽງ​ແຕ່​ມີ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ການຫຼຸດ​ຜ່ອນ​ຂອງ​ການ​ໂອ້​ລົມ, ຮີບ​ຄອງ​ປະ​ເພ​ນີອື່ນໆ​ອີກ​. ເພາະ​ສະ​ນັ້ນ, ການ​ເບິ່ງ​ແຍງ​ດູ​ແລ​ຄອບ​ຄົວ​ຕ້ອງ​ໄດ້​ຮັບ​ການ​ສັງ​ເກດ​ແມ່ນ​ການ​ເບິ່ງ​ແຍງ​ພື້ນ​ຖານ​ດ້ານ​ວັດ​ທະ​ນະ​ທຳ, ຄຸນ​ສົມ​ບັດ, ກິດຕິຄຸນມະນຸດ ແລະ ຊາວ​ ຫວຽດ​ນາມ ແບບ​ເກົ່າ ແລະ ຊາວ ຫວຽດ​ນາມ​ ແບບ​ໃໝ່ແຫ່ງ​ສັງ​ຄົມ​ນິ​ຍົມ. ແຕ່​ລະ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຕ້ອງ​ມຸ່ງ​ໄປ​ເຖິງ​ຄອບ​ຄົວ​ປອດ​ໄພ​ກວ່າ, ມີ​ຄວາມ​ສະ​ເໝີ​ພາບກວ່າ, ວັດ​ທະ​ນະ​ທຳ​ມະ​ນຸດກວ່າ, ເດັກ​ນ້ອຍ​ໄດ້​ຮັບ​ການ​ປົກ​ປ້ອງ, ແມ່​ຍິງ​ໄດ້​ຮັບ​ຄວາມ​ເຄົາ​ລົບ, ຜູ້​ມີ​ອາ​ຍຸ​ສູງ​ໄດ້​ຮັບ​ການ​ລ້ຽງ​ດູ, ​ສະ​ມາ​ຊິກ​ທຸກ​ຄົນໃນ​ຄອບ​ຄົວ​ໄດ້​ດຳ​ລົງ​ຊີ​ວິດ​ທ່າມ​ກາງ​ຄວາມ​ຮັກ​ແພງ, ລະບຽບ​ວິ​ໄນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜ​າວ່າ ແຕ່​ລະ​ຄອບ​ຄົວ ຫວຽດ​ນາມ ​ຈະຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ດັ້ງ​ເດີມ​ທີ່​ດີ​ງາມ​ດ້ວຍ​ວຽກ​ງານ​ປະ​ຈຳ​ວັນ: ເຄົາ​ລົບ​ນັບ​ຖື​ປູ​ຍາ​ຕາ​ຍາຍ, ພໍ່​ແມ່, ຮັກ​ແພງ, ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ, ຜົວ​ເມຍ​ມີ​ຄວາມ​ສັດ​ຊື່​ບໍ​ລິ​ສຸດ, ​ສະ​ເໝີ​ພາບ, ແບ່ງ​ປັນ; ທຸກ​ລຸ້ນ​ຄົນ​ຮູ້​ຮັບ​ຟັງ, ເຄົາ​ລົບ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ຫວຽດ​ນາມ-ສິງ​ກະ​ໂປ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ສ້າງ​ລະ​ບົບ​ມູນ​ຄ່າ Halal ໃນ​ພາກ​ພື້ນ ອາ​ຊຽນ

ທ່ານ ເຈິ່​ນ​ເຟືອງ​ແອັງ ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ສິງ​ກະ​ໂປ ໃຫ້​ຮູ້​ວ່າ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ, ດ້ວຍຍອດ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ໃນ​ປີ 2025 ບັນ​ລຸ​ເກືອບ 40 ຕື້ SDG (ປະ​ມານ 30,9 ຕື້ USD).

Top