• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສິ້ນ​ສຸດ​ການ​ຢ້ຽມ​ຢາ​ມ​ທາ​ງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ​ຢ່າງ​ຈົບ​ງາມ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ . ທີ່​ການ​ເຈ​ລ​ະ​ຈາ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ ຫວຽດ​ນາມ ຟີ​ລິບ​ປິນ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ, ເປີດ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ Manila, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ (ພາບ: TTXVN)  

ຕອນ​ບ່າຍ​ວັນ​ທີ 1 ມິ​ຖຸ​ນາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ພັນ​ລະ​ຍາ​ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເດີນ​ທາງ​ອອກ​ຈາກ​ນະ​ຄອນຫຼວງ Manila, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ​ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 1 ມິ​ຖຸ​ນາ​ຢ່າງ​ຈົບ​ງາມ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ຟີ​ລິບ​ປິນ Ferdinand Romualdez Marcos Jr. ແລະ ພັນ​ລະ​ຍາ.

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ . ທີ່​ການ​ເຈ​ລ​ະ​ຈາ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ ຫວຽດ​ນາມ ຟີ​ລິບ​ປິນ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ, ເປີດ​ສັງ​ກາດ​ພັດ​ທະ​ນາ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ຝ່າຍ. ດ້ວຍ​ການ​ຍົກ​ລະ​ດັບ​ຂອບ​ເຂດ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ເພີ່ມ​ທະ​ວີ, ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ປະ​ສານ​ສົມ​ທົບ​ສ້າງ​ໂຄງ​ການ​ກະ​ທຳ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ການ​ພົວ​ພັນ​ໃໝ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ປັບ​ປຸງ​ພື້ນ​ຖານ​ຍຸດ​ທະ​ສາດ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດຜ່ານ​ການ​ເພີ່ມ​ທະ​ວີ​ການ​ພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມມື້, ເພີ່ມ​ທະ​ວີ​ການ​ພົວ​ພັນ​ໃນ​ບັນ​ດາ​ຊ່ອງ​ທາງ ແລະ ໃນ​ທຸກ​ຂັ້ນ, ທຸ​ກ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ…

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ກອງ​ປະ​ຊຸມ​​ວິ​ສາ​ມັນ​ສະ​ພາ​ແຫ່ງ​ຊາດຈະ​ດຳ​ເນີນ​ໃນ​ເດືອນ​ສິງ​ຫາ​ຈະ​ມາ​ເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ໃຫ້​ຮູ້​ວ່າ​ຂັ້ນ​ມີ​ສິດ​ອຳ​ນາດ​ໄດ້​ເຫັນ​ດີ​ຕໍ່​ແຜນ​ນະ​ໂຍ​ບາຍ​ຈັດ​ກອ​ງ​ປະ​ຊຸມ​ວິ​ສາ​ມັນ​ໃນ​ເດືອນ ສິງ​ຫາ 2026.

Top