• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ໂອ້​ລົມ​ສົນ​ທະ​ນາ​ແບບ​ທາງ​ໄກ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ

ຫວຽດນາມ ແລະ ຍີ່ປຸ່ນ ຈະສືບຕໍ່ຍູ້ແຮງການຮ່ວມມືດ້ານເສດຖະກິດ ເຊິ່ງແມ່ນເສົາຄ້ຳຕົ້ນຕໍຂອງການພົວພັນສອງປະເທດ, ລົງເລິກການເຊື່ອມຕໍ່ສອງພື້ນຖານເສດຖະກິດ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນຫຼັກໆໃນການໂອ້ລົມສົນທະນາແບບທາງໄກໃນຕອນບ່າຍວັນທີ 03 ກັນຍາ ລະຫວ່າງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ກັບທ່ານປະທານພັກປະຊາທິປະໄຕອິດສະຫຼະ, ນາຍົກລັດຖະມົນຕີ ຍີ່ປຸ່ນ, Kishida Fumio.
ການໂອ້ລົມສົນທະນາແບບທາງໄກລະຫວ່າງສອງຝ່າຍ

ໃນການໂອ້ລົມສົນທະນາ, ການນຳສອງທ່ານຕ່າງກໍສະແດງຄວາມປະຕິຊົມຊື່ນກ່ຽວກັບການພັດທະນາຢ່າງແຮງ, ວ່ອງໄວ ແລະ ຮອບດ້ານໃນການພົວພັນສອງຝ່າຍ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮັບຮອງເອົາການຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນຢ່າງມີໄຫວພິບ, ເສີມຂະຫຍາຍບັນດາກົນໄກເຈລະຈາ, ຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເນັ້ນໜັກວ່າ ຍີ່ປຸ່ນ ຈະສືບຕໍ່ປະກອບສ່ວນເຂົ້າໃນການພັດທະນາຂອງ ຫວຽດນາມ ຜ່ານການຊ່ວຍເຫຼືອພັດທະນາຢ່າງເປັນທາງການ (ODA), ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ.

        ສອງຝ່າຍຕົກລົງເຫັນດີສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບຕາມທິດແທດຈິງ, ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມ ຢ່າງມີປະສິດທິຜົນ; ເຮັດໃຫ້ການເຊື່ອມຕໍ່ທາງດ້ານແຫຼ່ງຊັບພະຍາກອນມະນຸດ, ການພົວພັນແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນເລິກເຊິ່ງຂຶ້ນກວ່າເກົ່າ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

Top