• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ເດີນທາງອອກ​ຈາກ​ ສິງ​ກະ​ໂປ, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ

ຕອນ​ເຊົ້າ​ວັນ​ທີ 31 ພຶ​ດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນ​ະ​ຜູ້​ແທ​ນ​ຂັ​້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Changi, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 01 ມິຖຸ​ນາ 2
  ເມື່ອ​ສົ່ງ​ຄະ​ນະ​ຢູ່​ສະ​ໜາມ​ບິນ​ສາ​ກົນ Changi, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພັດ​ທະ​ນາ​ດີ​ຈີ​ຕອນ ແລະ ຖະ​ແຫຼງ​ຂ່າວ ສິງ​ກະ​ໂປ Josephine Teo ມ​ອບ​ອັນ​ລະ​ບ້ຳ​ພາບ​ການ​ເຄື່ອນ​ໄຫວ​ຢູ່ ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ແລະ ພັນ​ລະ​ຍາ (ພາບ: TTXVN)  

ໂດຍ​ສິ້ນ​ສຸດ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ ສິງ​ກະ​ໂປ, ຕອນ​ເຊົ້າ​ວັນ​ທີ 31 ພຶ​ດ​ສະ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນ​ະ​ຜູ້​ແທ​ນ​ຂັ​້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ Changi, ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຟີ​ລິບ​ປິນ ແຕ່​ວັນ​ທີ 31 ພຶດ​ສະ​ພາ ຫາ​ວັນ​ທີ 01 ມິຖຸ​ນາ 2026, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ Ferdinand Romualdez Marcos Jr. ແລະ ພັນ​ລະ​ຍາ.

ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສໍ​າ​ຄັນ​ຂອງ ຫວຽດ​ນາມ ສຳ​ລັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ຟີ​ລິບ​ປິນ ກໍ​ຄື ອາ​ຊຽນ ແລະ ພາກ​ພື້ນ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ກຳ​ນົດ​ທິດ​ໃຫຍ່​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ ແນ​ໃສ່​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແຮງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ​ໃນ​ໄລ​ຍະ​ໃໝ່.

(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢຸດ​ຕິ​ບັ້ນ​ກູ້​ຊ່ວຍ​ລູກ​ເຮືອ 11.000 ຄົນ

ສ​ປ​ຊ ຢຸດ​ຕິ​ບັ້ນ​ກູ້​ຊ່ວຍ​ລູກ​ເຮືອ 11.000 ຄົນ

ສ​ປ​ຊ ຢຸດ​ຕິ​ບັ້ນ​ກູ້​ຊ່ວຍ​ລູກ​ເຮືອ 11.000 ຄົນ. 7 ປະ​ເທດ​ປະ​ຕິ​ເສດ​ການ​ເກັບ​ຄ່າ​ທຳ​ນຽມ​ຢູ​ຊ່ອງ​ແຄ​ບ​ທະ​ເລ Hormuz

Top