ຂ່າວສານ
ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ເອກອັກຄະລັດຖະທູດ ບັນດາປະເທດເຂົ້າຍື່ນສານຕາຕັ້ງ
ຕອນບ່າຍວັນທີ 3 ຕຸລາ, ຢູ່ຮາໂນ້ຍ, ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມຂອງບັນດາປະເທດ ປາເລດສະຕິນ, ສາທາລະນະລັດ ເຊັກ, ແດນມາກ, ສ.ເກົາຫຼີ, ມາເລເຊຍ, ນອກແວ, ໂຮງລັງ, ແບນຊິກ, ບຣາຊິນ ແລະ ຝຣັ່ງ ເນື່ອງໃນໂອກາດເອກອັກຄະລັດຖະທູດບັນດາປະເທດເຂົ້າຢື່ນສານຕັ້ງ, ເລີ່ມຕົ້ນອາຍຸການປະຕິບັດງານຢູ່ຫວຽດນາມຢ່າງເປັນທາງການ.
ທີ່ການຕ້ອນຮັບເອກອັກຄະລັດຖະທູດ ປາແລັດສະຕິນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສະໜັບສະໜູນພາລະກິດແຫ່ງການຕໍ່ສູ້ອັນຊອບທຳຂອງ ປະຊາຊົນປາແລັດສະຕິນ, ສະແດງຄວາມຫວັງຢ່າງຍິ່ງໃນອາຍຸການປະຕິບັດງານຂອງຕົນ, ທ່ານເອກອັກຄະລັດຖະທູດ Shadi Abu Zarqa ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າການເປີດກວ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ປາແລັດສະຕິນ.
ໃນໂອກາດຕ້ອນຮັບທ່ານ Lukáš Kaucký ເອກອັກຄະລັດຖະທູດ ສາທາລະນະລັດ ເຊັກ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີໃຫ້ ສອງຝ່າຍປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ນຳເອົາຂອບເຂດສາຍພົວພັນໃໝ່ກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີຜົນໂຫຍດຢ່າງແທ້ຈິງ.
ໃນການຕ້ອນຮັບທ່ານນາງ Lina Gandløse Hansen ເອກອັກຄະລັດຖະທູດຣາຊະອານາຈັກ ແດນມາກ, ທ່ານ ໂຕເລີມ ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍເພີ່ມພູນຄູນສ້າງສາຍພົວພັນທາງດ້ານການເມືອງ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ສົມຄູ່ກັບທ່າແຮງບົ່ມຊ້ອນ; ຜັນຂະຫຍາຍປະຕິບັດຄູ່ຮ່ວມມືຍຸດທະສາດສີຂຽວຢ່າງມີປະສິດທິຜົນເປີດກວ້າງການຮ່ວມມືທາງດ້ານພະລັງງານ, ທະເລ ແລະ ເສດຖະກິດທະເລ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນສີຂຽວ, ການຫັນເປັນດິຈິຕອນ.
ໃນການຕ້ອນຮັບເອກອັກຄະລັດຖະທູດ ສ.ເກົາຫຼີ, ທ່ານ ໂຕເລີມ ເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນການພົວພັນກັບສາທາລະນະລັດ ເກົາຫຼີ ແລະ ປາດຖະໜາທີ່ຈະຮ່ວມມືກັບສາທາລະນະລັດ ເກົາຫຼີ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຢ່າງແທດຈິງ, ມີປະສິດທິຜົນ ແລະ ຍາວນານໃນທຸກໆຂົງເຂດ.
ໃນການຕ້ອນຮັບທ່ານ Didier Le Bret ເອກອັກຄະລັດຖະທູດ ຝລັ່ງ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍບົດບຽນປະສົບການທາງການທູດ, ທ່ານເອກອັກຄະລັດຖະທູດຈະມີປະສົບຜົນສຳເລັດໃນອາຍຸການປະຕິບັດໜ້າທີ່ການງານຂອງຕົນ, ປະກອບສ່ວນສືບຕໍ່ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ ຝລັ່ງເຂົ້າສູ່ລວງເລິກ, ແທ້ຈິງ ແລະ ມີປະສິດທິຜົນ.






