• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງສຳ​ເລັດ​ການຈັດ​ແບ່ງເສັ້​ນ​ຊາຍ​ແດນ ແລະ ປັກຫຼັກ​ໝາ​ຍ​ຊາຍ​ແດນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ

ຕອນບ່າຍວັນທີ 11 ຕຸລາ, ຄະນະກຳມະການປະຊາຊົນ ແຂວງລ້າງເຊີນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຄຸ້ມຄອງຊາຍແດນພາຍຫຼັງ 10 ປີແຫ່ງການສຳເລັດວຽກງານຈັດແບ່ງເສັ້ນຊາຍແດນ ແລະ ປັກຫຼັກໝາຊາຍແດນ ແລະ ປະຕິບັດ ເອກະສານນິຕິກຳ 3 ສະບັບວ່າດ້ວຍຊາຍແດນທາງບົກລະຫວ່າງ ຫວຽດນາມ - ຈີນ. 

ບັນດາບຸກຄົນ, ໜູ່ຄະນະທີ່ມີການປະກອບສ່ວນເຂົ້າການປະຕິບັດ ເອກະສານນິຕິກຳວ່າດ້ວຍຊາຍແດນ 3 ສະບັບ

ແຂວງລ້າງເຊີນມີ ເສັ້ນຊາຍແດນຕິດກັບເຂດປົກຄອງດ້ວຍຕົນເອງຂອງເຜົ່າ ຈວາງ ແຂວງກ໋ວາງຊີ (ຈີນ) ກ່ວາ 230 ກິໂລແມັດ. ພາຍຫຼັງ 10 ປີແຫ່ງການປະຕິບັດສຳເລັດວຽກງານຈັດແບ່ງເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນ ແລະ ຜັນຂະຫຍາຍ ເອກະສານນິຕິກຳ 3 ສະບັບກ່ຽວກັບເສັ້ນຊາຍທາງບົກດິນລະຫວ່າງ ຫວຽດນາມ - ຈີນ, ສະພາບການຢູ່ເຂດຊາຍແດນແຂວງລ້າງເຊີນ ສະຖຽນລະພາບໂດຍພື້ນຖານ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນໄດ້ຮັກສາໄວ້ຢ່າງໝັ້ນຄົງ, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ໃນຂົງເຂດລະຫວ່າງສອງຝ່າຍ ແລະ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ. ບັນດາການເຄື່ອນໄຫວນຳເຂົ້າ, ສົ່ງອອກ, ຂົນສົ່ງສິນຄ້າຜ່ານແດນຍາມໃດກໍ່ຮັບປະກັນການຈະລາຈອນ. ວຽກງານຮັບປະກັນ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ວຽກງານສົມທົບກັນຄຸ້ມຄອງດ່ານຊາຍແດນລະຫວ່າງສອງຝ່າຍຍັງໄດ້ຮັບປະກັນ. ຊີວິດການເປັນຢູ່ຂອງປະຊາຊົນຢູ່ບັນດາຕາແສງເຂດຊາຍແດນນັບມື້ນັບມີສະຖຽນລະພາບ, ພັດທະນາ, ສາມັກຄີກັນປົກປັກຮັກສາເສັ້ນຊາຍແດນ…
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top