• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່​ມ​ລົງ​ມື​ກໍ່​ສ້າງ​ໂຄງ​ການຫໍ​ຊຸມ​ຊົນ ຕ້ານ​ນ້ຳ​ຖ້ວມ 100 ຫຼັງ​

ໂຄງ​ການ​ລົງ​ທຶນ​ກໍ​່​ສ້າງ​ຫໍ​ຊຸມ​ຊົນ​ປະ​ສົມ​ກັບ​ການ​ປ້ອນ​ກັນ, ຕ້ານ​ພາ​ຍຸ​ຢູ່ ບັນ​ດາ​ບ້ານ, ຖະ​ໜົນ​ໃນ​ບໍ​ລິ​ເວນ​ແຂວງ​ດັກ​ລັກ (ໄລ​ຍະ 1) ມີ​ຍອດ​ເງິນ​ລົງ​ທຶນກວ່າ 170 ຕື້​ດົ່ງ (ເກືອບ 6,5 ລ້ານ USD)
ບັນ​ດາ​ຜູ້​ແທນ​ປະ​ຕິ​ບັດ​ພິ​ທີ​ເລີ່ມ​ລົງ​ມື​ກໍ່​ສ້າງ (ພາບ: VOV)

ຕອນ​ເຊົ້າ​ວັນ​ທີ 27 ມິ​ຖຸ​ນາ, ຢູ່​ຕາ​ແສງ ຮ​ວ່າ​ທິ້ງ, ແຂວງ​ດັກ​ລັກ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ສື​ກໍ່​ສ້າງຫໍ​ຊຸມ​ຊົນ ປະ​ສົມ​ກັບ​ການ​ປ້ອງ​ກັນ, ຕ້ານ​ນ້ຳ​ຖ້ວມ ຢູ່​ບັນ​ດາ​ບ້ານລວມ100 ຫຼັງ. ເຂົ້າ​ຮ່ວມ​ພິ​ທີ​ມີ​ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ; ທ່ານ ຫງວຽນ​ແທັງ​ງິ, ຫົວ​ໜ້າ​ຄະ​ນະ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ສູນ​ກາງ.

ໂຄງ​ການ​ລົງ​ທຶນ​ກໍ​່​ສ້າງ​ຫໍ​ຊຸມ​ຊົນ​ປະ​ສົມ​ກັບ​ການ​ປ້ອນ​ກັນ, ຕ້ານ​ພາ​ຍຸ​ຢູ່ ບັນ​ດາ​ບ້ານ, ຖະ​ໜົນ​ໃນ​ບໍ​ລິ​ເວນ​ແຂວງ​ດັກ​ລັກ (ໄລ​ຍະ 1) ມີ​ຍອດ​ເງິນ​ລົງ​ທຶນກວ່າ 170 ຕື້​ດົ່ງ (ເກືອບ 6,5 ລ້ານ USD), ເພື່ອ​ແນ​ໃສ່​ຫັນ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ​ຕໍ່​ໜ້າ​ການ​ຜັນ​ແປ​ທີ່​ນັບ​ມື້​ນັບ​ສັບ​ສົນ​ຂອງ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ພ້ອມ​ທັງ​ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນໃຫ້​ສົມ​ບູນ​ແບບ.

(ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top