• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມເຄື່ອນໄຫວລະດູທ່ອງທ່ຽວໃໝ່, ມຸ່ງໄປເຖິງປີທ່ອງທ່ຽວ 2022 ບັນລຸຜົນສຳເລັດ

      ການທ່ອງທ່ຽວພາຍໃນປະເທດມີການຟື້ນຟູຫຼາຍພໍສົມຄວນ, ໄດ້ຮັບຖືວ່າແມ່ນ “ຖານຊ່ວຍ” ເມື່ອການທ່ອງທ່ຽວສາກົນຍັງບໍ່ທັນໄດ້ເປີດປະຕູຄືນໃໝ່.
(ນັກທ່ອງທ່ຽວມາທ່ຽງຢູ່ ດ່ານັ້ງ)
      ພາຍຫຼັງໄລຍະຍາວຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ-19, ຂະແໜງທ່ອງທ່ຽວ ຫວຽດນາມ ພວມຄ່ອຍໆຟື້ນຟູ. ໃນນັ້ນ, ການທ່ອງທ່ຽວພາຍໃນປະເທດມີການຟື້ນຟູຫຼາຍພໍສົມຄວນ, ໄດ້ຮັບຖືວ່າແມ່ນ “ຖານຊ່ວຍ” ເມື່ອການທ່ອງທ່ຽວສາກົນຍັງບໍ່ທັນໄດ້ເປີດປະຕູຄືນໃໝ່. ບຸນເຕັດປີຂານ 2022 ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດທ່ອງທ່ຽວເລີ່ມເຄື່ອນໄຫວລະດູທ່ອງທ່ຽວໃໝ່, ນຳມາເຊິ່ງຄວາມຫວັງກ່ຽວກັບປີໃໝ່ແຫ່ງການພັດທະນາກວ່າ.
        ກ່ຽວກັບຕະຫຼາດທ່ອງທ່ຽວສາກົນ, ໄລ່ຮອດວັນທີ 23 ມັງກອນ 2022, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 8.500 ຄົນ ມາທ່ຽວຢູ່ ຝູກວກ (ກຽນຢາງ), ແຂງຮ່ວາ, ກວາງນາມ ຕາມລາຍການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນໄລຍະທີ 1.
        ໂດຍຮູ້ວ່າໃນປີ 2022, ຂະແໜງທ່ອງທ່ຽວ ຫວຽດນາມ ສູ້ຊົນຕ້ອນຮັບນັກທ່ອງທ່ຽວປະມານ 65 ລ້ານເທື່ອຄົນ, ໃນນັ້ນນັກທ່ອງທ່ຽວສາກົນ 5 ລ້ານເທື່ອຄົນ, ນັກທ່ອງທ່ຽວພາຍໃນປະເທດ 60 ລ້ານເທື່ອຄົນ, ເທົ່າກັບ 150% ເມື່ອທຽບໃສ່ປີ 2021. ຍອດລາຍຮັບຈາກນັກທ່ອງທ່ຽວຄາດວ່າບັນລຸ 400.000 ຕື້ດົ່ງ (ເກືອບ 17 ຕື້ 400 ລ້ານ USD).
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top