• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມລົງມືກໍ່ສ້າງໂຄງການໄຟຟ້າແຮງລົມແຫ່ງທຳອິດຢູ່ນິງທ້ວນ


(ເລີ່ມ​ລົງ​ມືກໍ່​ສ້າງໂຄງ​ການ​ໄຟ​ຟ້າ​ແຮງ​ລົມ
​ແຫ່ງ​ທຳ​ອິດ​ຢູ່​ນິງ​ທ້ວນ)
 
      ຕອນ​ເຊົ້າ​ວັນ​ທີ 27/08, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ ນິງ​ທ້ວນ ແລະ ບໍ​ລິ​ສັດຫຸ້ນ​ສ່ວນໄຟ​ຟ້າ​ແຮງ​ລົມ​ພາກ​ກາງ​ພາກ​ໃຕ້ ໄດ້​ຈັດ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ “ໄຟ​ຟ້າ​ແຮງ​ລົມ ພາກ​ກາງ​ພາກ​ໃຕ້”, ໂຄງ​ການໄຟ​ຟ້າ​ແຮງ​ລົມ​ແມ່ນ​ແຫ່ງ​ທຳ​ອິດໄດ້​ຮັບ​ການກໍ່​ສ້າງຢູ່​ແຂວງ​ນິງ​ທ້ວນ, ດ້ວຍຍອດ​ຈຳ​ນວນ​ເງິນ​ລົງ​ທຶນກວ່າ 3.900 ຕື້​ດົງ ແລະ ໄ​ດ້​ແບ່ງ​ເປັນ 2 ໄລ​ຍະ. ໄລ​ຍະ​ທີ່ 1 ​ກໍ່​ສ້າງ 17 ໜ່ວຍ​ຈັກ, ໄລ​ຍະ​ທີ 2 ກໍ່​ສ້າງ​ 28 ໜ່ວຍ​ຈັກ. ໄລ​ຍະ​ທີ່ 1 ຄາດ​ວ່າ​ຈະ​ກໍ່​ສ້າງ​ສຳ​ເລັດ​ໃນ​ໄຕ​ມາດ​ທີ 4 ຂອງ​ປີ 2017. ພາຍ​ຫຼັງ​ກໍ່​ສ້າງ​ສຳ​ເລັດ, ໂຄງ​ການ​ໄດ້​ເຊື່ອມ​ຕໍ່​ກັບ​ຕາ​ໜ່າງ​ໄຟ​ຟ້າແຫ່ງ​ຊາດ, ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ຂຸດ​ຄົ້ນ​ເງື່ອນ​ໄຂ​ທຳ​ມະ​ຊາດ​ຢ່າງ​ສຸດ​ຂີດ, ໜູນ​ຊ່ວຍ​ທ້ອງ​ຖິ່ນ​ສຳ​ພັດ​ກັບ​ການ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ພະ​ລັງ​ງານ​ສະ​ອາດ​ໃນ​ອະ​ນາ​ຄົດ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top