• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລີ່ມປະຕິບັດຂໍ້ລິເລີ່ມຮ່ວມ ຫວຽດນາມ-ຍີ່ປຸ່ນໄລຍະ6

ກອງ​ປະ​ຊຸມ​ຂໍ້​ລິ​ເລີ່ມ​ຫວຽດ​ນາມ - ຍີ່​ປຸ່ນ
ພາບ:tinnhanhchungkhoan
      ຕອນ​ບ່າຍ​ວັນ​ທີ 22/8 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ສົມ​ທົບ​ກັບ​ສະ​ຖານ​ທູດ ຍີ່​ປຸ່ນ ປະ​ຈຳ​ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ຫວຽດ​ນາມ - ຍີ່​ປຸ່ນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ຂັ້ນ​ສູງ​ຄະ​ນະ​ກຳ​ມະ​ການ​ຕີ​ລາ​ຄາ ແລະ ຂໍ້​ລິ​ເລີ່ມ​ຮ່​ວ​ມ ຫວຽດ​ນາມ - ຍີ່​ປຸ່ນ ໄລ​ຍະ 6. ຂໍ້​ລິ​ເລີ່ມ​ຮ່​ວ​ມ ຫວຽດ​ນາມ - ຍີ່​ປຸ່ນ ເລີ່ມ​ປະ​ຕິ​ບັດ​ແຕ່​ເດືອນ 4/2003. ທີ່ກອງ​ປະ​ຊຸມ, ສອງ​ຝ່າຍ​ເຫັນ​ດີເປັນ​ເອ​ກະ​ພາບຕໍ່ເນື້ອ​ໃນ​ແຜນ​ການ​ດຳ​ເນີນ​ງານ ຂໍ້​ລິ​ເລີ່ມ​ຮ່​ວ​ມ ຫວຽດ​ນາມ - ຍີ່​ປຸ່ນ  ໄລ​ຍະ 6 ລວມ​ມີ: 7 ໝວດ​ບັນ​ຫາ ດ້ວຍ 7 ລາຍ​ການ​ກ່ຽວ​ຂ້ອງ​ເຖິງ: ແຮງ​ງານ, ເງິນ​ເດືອນ, ​ການບໍ​ລິ​ການ logistic ການ​ຂົນ​ສົ່ງ, ບໍ​ລິ​ການ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິ​ດ​ຂ​ະ​ຫນາດ​ກາງ ແລະ ນ້ອຍ, ຈຳ​ຫນ່າຍ​ການ​ຢາ, ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ. ​ເວ​ລາ​ໃນ​ການ​ຜັນ​ຂະ​ຫຍາຍ ໄລ​ຍະ 6 ແມ່ນ 17 ເດືອນ, ​ແມ່ນເລີ່ມ​ແຕ່​ວັນ​ທີ 22/8/2016 ຮອດ​ກາງ​ປີ 2017.
 (ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top