• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເດີນທາງໄປປາຣີ, ເລີ່ມຕົ້ນການຢ້ຽມຢາມ ສ. ຝລັ່ງ ຢ່າງເປັນທາງການ

ທ່ານ Patrice Bessac, ເຈົ້າຄອງນະຄອນ, ພ້ອມທັງເປັນກຳມະການ ຄະນະປະຈຳການ ພັກກອມມູນິດ ຝຣັ່ງ ກ່າວຄຳເຫັນ, ສະແດງຄວາມເປັນກຽດທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ ນະຄອນ ກົງກັບໂອກາດ ຝຣັ່ງ
 
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ຢ້ຽມຢາມເຂດອະນຸສອນສະຖານ ໂຮ່ຈີມິນ
 

ຕອນບ່າຍວັນທີ 25 ມີນາ, ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງໄປຮອດນະຄອນຫຼວງ ປາຣີ, ເລີ່ມຕົ້ນການຢ້ຽມຢາມ ສ. ຝລັ່ງ ເປັນເວລາ 3 ວັນ ຕາມຄຳເຊື້ອເຊີນຂອງທ່ານປະທານາທິບໍດີ Emmanuel Macron.

        ພາຍຫຼັງການໄປຮອດນະຄອນຫຼວງ ປາຣີ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ໄປນະຄອນ Montreuil, ຖະຫວາຍດອກໄມ້ທູບທຽນບູຊາຢູ່ຮູບປັ້ນປະທານໂຮ່ຈີມິນ ແລະ ຢ້ຽມຊົມເຂດອະນຸສອນສະຖານ ໂຮ່ຈີມິນ ຢູ່ສວນສາທາລະນະ Montreuil. ທ່ານ Patrice Bessac, ເຈົ້າຄອງນະຄອນ, ພ້ອມທັງເປັນກຳມະການ ຄະນະປະຈຳການ ພັກກອມມູນິດ ຝຣັ່ງ ກ່າວຄຳເຫັນ, ສະແດງຄວາມເປັນກຽດທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄປຢ້ຽມຢາມ ນະຄອນ ກົງກັບໂອກາດ ຝຣັ່ງ ແລະ ຫວຽດນາມ ພວມຈັດຕັ້ງສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ.

        ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອໄດ້ມາຢ້ຽມຢາມນະຄອນ Montreuil, ເຊິ່ງເປັນສະຖານທີ່ມີຄວາມລຶ້ງເຄີຍ, ເປັນບ່ອນມີຮູບປັ້ນປະທານ ໂຮ່ຈີມິນ, ມີເຂດອະນຸສອນສະຖານ ໂຮ່ຈີມິນ ແລະ ໄດ້ພົບປະກັບບັນດາເພື່ອນມິດຝລັ່ງອີກດ້ວຍ.

        “ການພົວພັນມິດຕະພາບ ຫວຽດນາມ - ຝຣັ່ງ ແມ່ນການພົວພັນແບບພິເສດທີ່ມີມາແຕ່ດົນນານ. ໃນຊຸມວັນທຳອິດທີ່ເຄື່ອນໄຫວຢູ່ປະເທດຝລັ່ງ, ປະທານ ໂຮ່ຈີມິນ ໄດ້ສ້າງການພົວພັນທີ່ສະໜິດຕິດພັນລະຫວ່າງນັກກອມມູນິດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ, ຝລັ່ງ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈຕໍ່ບັນດາສະມາຊິກພັກກອມມູນິດ ຝລັ່ງ, ກໍ່ຄືປະຊາຊົນກ້າວໜ້າ ຝລັ່ງ ໄດ້ສະໜັບສະໜູນພວກຂ້າພະເຈົ້າ, ຊ່ວຍເຫຼືອພວກຂ້າພະເຈົ້າ, ໜູນຊ່ວຍໃຫ້ພວກຂ້າພະເຈົ້າໃນຕະຫຼອດວິວັດການຕໍ່ສູ້ປະຕິວັດທີ່ຍາວນານໃນຫຼາຍປີຜ່ານມາ, ແລະ ປະຈຸບັນ, ການພົວພັນນີ້ພວມພັດທະນາຕາມທິດທາງມີຫຼາຍແງ່ຫວັງອັນດີງາມ.”

(ແຫຼ່ງຄັດຈາກ VOV)

 

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ພັກ​ຢູ່ Bangladesh; ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Bangladesh - ຫວຽດ​ນາມ

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະແດງຄວາມຫວັງຈະພ້ອມກັບ Bangladesh ປັບປຸງ, ເພີ່ມທະວີການພົວພັນມິດຕະພາບ ແລະ ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ໃນນັ້ນມີບັນດາຊ່ອງທາງພັກ ແລະ ພົບປະແລກປ່ຽນປະຊາຊົນ.

Top