ຕອນເຊົ້າວັນທີ 6 ກໍລະກົດ, ທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ໄດ້ໄປຖະຫວາຍທູບທຽນຢູ່ຫໍບູຊາພົນເອກ ຫງວຽນຈີ໋ແທງ, ເນື່ອງໃນໂອກາດ 50 ປີແຫ່ງວັນເຖິງແກ່ມໍລະນະກຳຂອງພົນເອກ (6/7/1967 – 6/7/2017).

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖະຫວາຍທູບທຽນດວງວີນຍານຂອງພົນເອກ ຫງວຽນຈີ໋ແທງ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ທູບທຽນຕໍ່ດວງວີນຍານຂອງພົນເອກ ຫງວຽນຈີ໋ແທງ ແລະ ຢ້ຽມຢາມສະຖານທີ່ວາງສະແດງຮູບພາບ, ເອກະສານ, ວັດຖຸພັນ ກ່ຽວກັບຊີວິດ, ພາລະກິດຂອງພົນເອກ. ພົນເອກ ຫງວຽນຈີ໋ແທງ ມີຊື່ແທ້ວ່າ: ຫງວຽນວີ້ງ, ເກີດວັນທີ 1 ມັງກອນ 1914 ຢູ່ຕາແສງ ນຽມຟໍ໋, ເມືອງ ກ໋ວາງດ່ຽນ, ແຂວງ ເທື່ອທຽນ (ປະຈຸບັນແມ່ນ ເທື່ອທຽນ - ເຫ້ວ). ຊີວິດ ແລະ ພາລະກິດຂອງພົນເອກ ຫງວຽນຈີ໋ແທງ ຍາມໃດກໍ່ຕິດພັນກັບໄຊຊະນະຂອງການປະຕິວັດ ຫວຽດນາມ ແລະ ການເຕີບໃຫຍ່ຂອງກອງທັບປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານຝຣັ່ງ ແລະ ໄລຍະຕົ້ນຂອງການຕໍ່ສູ້ຕ້ານອາເມລິກາ. ການອຸທິດສ່ວນອັນໃຫຍ່ຫຼວງຂອງພົນເອກໄດ້ປະກອບສ່ວນສຳຄັນເພື່ອສ້າງກອງທັບປະຊາຊົນ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານບົນພື້ນຖານໝັ້ນຄົງໜັກແໜ້ນດ້ານການເມືອງ, ສ້າງຂະບວນການແຂ່ງຂັນທີ່ຟົດຟື້ນ, ມີປະສິດທິຜົນໃນຂົງເຂດກະສິກຳ ແລະ ຂົງເຂດອື່ນໆອີກ…
ເມື່ອໂອ້ລົມກັບສະມາຊິກໃນຄອບຄົວພົນເອກ ຫງວຽນຈີ໋ແທງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫວັງວ່າ ລຸ້ນລູກ, ຫຼານຂອງພົນເອກຈະສືບທອດພໍ່, ພໍ່ເຖົ້າ, ມາພະຍາຍາມສູ້ຊົນໃນການຮ່ຳຮຽນ, ປະຕິບັດງານ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຄອບຄົວ, ມີການປະກອບສ່ວນຫຼາຍຢ່າງໃນພາລະກິດລວມຂອງປະເທດ, ປະຊາຊົນ ແລະ ກອງທັບ.

(ແຫຼ່ງຄັດຈາກ VOV)