• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ອວຍພອນບຸນເຕັດການນຳ, ອະດີດການນຳ ພັກ, ລັດ

      ຕອນເຊົ້າວັນທີ 22 ມັງກອນ, (ກົງກັບວັນທີ 28 ບຸນເຕັດ ປີຊວດ 2020), ຢູ່ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານໃນການພົບປະ, ອວຍພອນປີໃໝ່ບັນດານັກປະຕິວັດຜູ້ອາວຸໂສ, ການນຳ, ອະດີດການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ, ພໍ່ແມ່ພີ່ນ້ອງ, ນັກທົບໃນທົ່ວປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ.

ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ( ພາບ: VGP)
      ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນຝູຈ້ອງ ໄດ້ຫວນຄືນບັນດາຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ - ສັງຄົມ ປີ 2019ຄື ເສດຖະກິດສືບຕໍ່ມີການເຕີບໂຕຢ່າງໄວ, ບັນລຸໄດ້ກ່ວາ 7% ນອນຢູ່ໃນກຸ່ມບັນດາປະເທດມີລະດັບການເຕີບໂຕສູງທີ່ສຸດໃນພາກພື້ນ ແລະ ໃນໂລກ.
        ເນັ້ນໜັກເຖິງ ປີ 2020 ແມ່ນປີ ທີ່ມີຄວາມໝາຍສຳຄັນພິເສດ, ແມ່ນປີທີ່ມີຫຼາຍເຫດການດ້ານການເມືອງທີ່ຍິ່ງໃຫຍ່ສຳລັບປະເທດຊາດ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ ທົ່ວພັກ, ທົ່ວປວງຊົນທັງຊາດ, ທົ່ວກອງທັບເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປ່ຽບ, ແຫຼ່ງກຳລັງ, ສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດ ມະຫາພາກ, ຄຸ້ມຄອງໄພເງິນເຟິ້, ຍົກສູງກຳລັງພາຍໃນ ແລະ ລັກສະນະເປັນເຈົ້າຕົນເອງຂອງ ພື້ນຖານເສດຖະກິດ. ທ່ານກ່າວວ່າ:
        ເສັ້ນທາງຕໍ່ໜ້າ ແມ່ນເສັ້ນທາງທັງມີຫຼາຍຄວາມຫຍຸ້ງຍາກ, ສິ່ງທ້າທາຍ ທັງມີບັນດາໂອກາດ, ສິ່ງທ້າທາຍໃໝ່. ດ້ວຍມູນເຊື້ອຮັກຊາດທີ່ເຕັມລົ້ົ້ນ, ຈິດໃຈ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ດຸໝັ່ນຂະຫຍັນພຽນປະດິດຄິດສ້າງ, ພວກເຮົາຍັງເຊື່ອໝັ້ນວ່າ ປີຊວດ - 2020 ປະເທດຊາດຈະບັນລຸໄດ້ຜົນງານທີ່ໃຫຍ່ຫຼວງຫຼາຍກວ່າອີກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຕ້ອງ ຕ້ອນຮັບປະທານສະພາແຫ່ງຊາດ ກຳປູເຈຍ

ທ່ານເລຂາທິການໃຫຍ່ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ສະໜັບສະໜູນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງປະເທດ ກຳປູເຈຍ ແລະ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຊ່ອງທາງ, ທຸກຂົງເຂດ.

Top