• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ: ເພື່ອ ຫວຽດນາມ ເຂັ້ມແຂງ ແລະ ວັດທະນາຖາວອນ

ໃນບັນຍາກາດທີ່ເບີກບານມ່ວນຊື່ນຂອງປີໃໝ່ 2020, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ໄຂຄວາມໃນໃຈ ກັບນັກຂ່າວຂອງຂ່າວສານ ຫວຽດນາມ ກ່ຽວກັບບັນດາວຽກງານທີ່ພັກ, ປະຊາຊົນ ແລະ ກອງທັບ ຫວຽດນາມ ພວມມານະພະຍາຍາມເພື່ອບັນລຸໄດ້ຜົນສຳເລັດອັນຈົບງາມຄືປັດຈຸບັນ. 

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ. ພາບ: VNA
 
90 ປີຜ່ານມາ, ພາຍໃຕ້ການນຳພາຂອງພັດ, ຖານະບົດບາດ ແລະ ທ່າແຮງຂອງ ຫວຽດນາມ ໄດ້ເພີ່ມຂຶ້ນເລື້ອຍໆ, ຫຼາຍອົງການສາກົນຕີລາຄາວ່າ ຫວຽດນາມ ເປັນປະເທດໜຶ່ງທີ່ມີເສດຖະກິດ-ວັດທະນະທຳ ທີ່ພັດທະນາ, ການເມືອງ-ສັງຄົມ ທີ່ໝັ້ນຄົງ, ມີຫຼາຍແງ່ຫວັງທີ່ດີ.

ຈາກປະເທດໜຶ່ງທີ່ທຸກຍາກ, ປັດຈຸບັນ ຫວຽດນາມ ໄດ້ກາຍເປັນປະເທດທີ່ມີລາຍຮັບປານກາງ, ລະດັບຊີວິດການເປັນຢູ່ຂອງປະຊາຊົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຫຼາຍຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມ ໄດ້ປະຊາຄົມ ສາກົນ ຮັບຮອງ ແລະ ຕີລາຄາສູງ. ການພົວພັນດ້ານການທູດ, ການເຊື່ອມໂຍງສາກົນໄດ້ເປີດກວ້າງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໄດ້ເພີ່ມທະວີ. ຫວຽດນາມ ໄດ້ເຂົ້າຮ່ວມບັນດາອົງການຈັດຕັ້ງສາກົນ ແລະ ບັນຍັດຮ່ວມມືດ້ານເສດຖະກິດຫຼາຍຝ່າຍ, ມີບົດບາດ, ຄຳເວົ້າທີ່ສຳຄັນໃນພາກພື້ນ ແລະ ໂລກ. 

ໜ້າທີ່ການເມືອງໜຶ່ງທີ່ສຳຄັນອັນດັບໜຶ່ງໃນປີ 2020 ແມ່ນປະຕິບັດກອງປະຊຸມໃຫຍ່ ອົງຄະນະພັກທຸກຂັ້ນ ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ. ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ຈະສຸມໃສ່ຕີລາຄາອາຍຸປະຈຳການ 2016-2021, ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 2011-2020, ເບິ່ງຄືນ 35 ປີແຫ່ງການປະຕິບັດຂະບວນການປ່ຽນແປງໃໝ່; ຈຳແນກທິດທາງເຄື່ອນໄຫວຂອງອາຍຸປະຈຳການ 2021-2026, ວິໄສທັດ ເຖິງປີ 2030 (100 ປີແຫ່ງການສ້າງຕັ້ງພັກ) ແລະ ປີ 2045 (100 ປີແຫ່ງການສ້າງຕັ້ງປະເທດຊາດ).
 
ບັນຫາທີ່ພັກ ແລະ ປະຊາຊົມ ພວມມີຄວາມສົນໃຈ ແມ່ນວຽກງານບຸກຄະນະກອນ. ເຮັດແນວໃດເພື່ອແກ້ໄຂໄດ້ບັນຫາຫຍໍ້ທໍ້, ເສີມຂະຫຍາຍຄວາມສາມັກຄີ, ຄັດເລືອກເອົາຜູ້ທີ່ເໝາະສົມ, ບໍ່ພຽງແຕ່ກະກຽມບຸກຄະນະກອນໃຫ້ແກ່ສູນກາງເທົ່ານັ້ນ, ຫາກຍັງໃຫ້ບັນດາຂະແໜງການ, ບັນດາຂັ້ນອີກດ້ວຍ. ພັກໄດ້ປະກາດໃຊ້ ແລະ ຜັນຂະຫຍາຍ ປະຕິບັດຫຼາຍມະຕິຕົກລົງ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບກ່ຽວກັບວຽກງານຈັດຕັ້ງພະນັກງານ. ນີ້ແມ່ນພື້ນຖານເພື່ອໃຫ້ບັນດາຄະນະກຳມະການຂອງພັກການເມືອງປະຈຳຂັ້ນ ມີການລົງທຶນໂດຍໄລຍະຍາວ, ມີແບບມີແຜນໃຫ້ແກ່ວຽກງານຈັດຕັ້ງພະນັກງານ, ເໝາະສົມກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ, ພ້ອມກັນນັ້ນ ກໍ່ກະກຽມເປັນຢ່າງດີ ບຸກຄະນະກອນໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງຕໍ່ມາ, ແຕ່ວຽກງານສ້າງແຜນສັງລວມ, ບຳລຸງສ້າງ, ຝຶກອົບຮົບ ເຖິງການຕີລາຄາ, ນຳໃຊ້ພະນັກງານອີກດ້ວຍ.

ປີ 2020 ມີຄວາມໝາຍສຳຄັນພິເສດ, ຕັດສິນເຖິງການປະຕິບັດສຳເລັດ ມະຕິຕົກລົງຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ເປັນປີປະຕິບັດກອງປະຊຸມໃຫຍ່ ອົງຄະນະພັກ ທຸກຂັ້ນ ເພື່ອກະກຽມໃຫ້ກອງປະຊຸມໃຫຍ່ ຂອງພັກ, ພ້ອມກັນນັ້ນ ຈະສ້າງຂໍ້ມູນທີ່ໝັ້ນຄົງຂະໜົງແກ່ນໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດຊາດ, ພວກເຮົາຕ້ອງເປັນເຈົ້າການ, ຂະຫຍັນຂັນແຂງກວ່າ, ສືບຕໍ່ປັບປຸງ, ເພີ່ມທະວີພື້ນຖານເສດຖະກິດມະຫາພາບ, ຄວບຄຸມໄພເງິນເຟີ້, ຍົກສູງກຳລັງການຜະລິິດ, ຄຸນນະພາບ, ເປັນເຈົ້າຕົນເອງ ແລະ ຄວາມສາມາດແກ່ງແຍ້ງກັນຂອງພື້ນຖານເສດຖະກິດ; ພັດທະນາແຫຼ່ງຊັບພະຍາກອນມະນຸດ ຄຸນນະພາບສູງ ຕິດພັນກັບການພັດທະນາວິທະຍາສາດ-ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ; ຊຸກຍູ້ການຂະຫຍາຍຕົວດ້ານເສດຖະກິດໂດຍໄວ ແລະ ໝັ້ນງຄົງກວ່າເກ່ົາ; ເອົາໃຈໃສ່ພັດທະນາວັດທະນະທຳ, ສັງຄົມ, ກໍ່ສ້າງມະນຸດ, ຮັບປະກັນສະຫວັດດີການ, ຍົກສູງສິດປະໂຫຍດ ແລະ ຄວາມຜາສຸກດ້ານສັງຄົມ, ຍົກລະດັບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. 

ເພີ່ມທະວີການຄຸ້ມຄອງຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ, ກັນ ແລະ ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ສືບຕໍ່ຍູ້ແຮງການປະຕິຮູບການບໍລິຫານ, ປະຕິຮູບການຍຸຕິທຳ, ຍົກສູງຄຸນສັກສິດ, ການນຳພາ ແລະ ປະຕິບັດກົດໝາຍຢ່າງມີປະສິດທິຜົນ; ເພີ່ມທະວີກົດລະບຽບ, ກົດເກນ; ຍູ້ແຮງວຽກງານສະກັດກັ້ນ ແລະ ຕ້ານໄພສໍ້ລາດບັງຫຼວງ, ຟຸມເຟືອຍ, ຫຍໍ້ທໍ້. ເຮັດໃຫ້ດີວຽກງານຖະແຫຼງຂ່າວ ແລະ ສື່ສານ, ສ້າງຄວາມພ້ອມກັນເຫັນດີໃນສັງຄົມ. ປັບປຸງວຽກງານປ້ອງກັນຊາຍແດນ, ຮັກສາຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບ, ປອດໄພ ທາງສັງຄົມ; ປົກປັກຮັກສາຄວາມເປັນເອກະລາດ, ສິດອະທິປະໄຕ, ຜືນແຜ່ນດິນຢ່າງຄົບຖ້ວນ ຕາມພື້ນຖານຂອງກົດໝາຍສາກົນ. ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງ ກັບສາກົນ, ເຮັດໃຫ້ດີບົດບາດເປັນປະທານ ອາຊຽນ 2020 ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸປະຈຳການ 2020-2021, ຍົກສູງຖານະບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ. 

 
ປະຕິບັດ: VNA/VNP

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top