• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່,ປະທານປະເທດຫວຽນຝູຈ້ອງສົ່ງຈົດໝາຍເຖິງປວງຊົນ ເນື່ອງໃນໂອກາດວັນ “ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ”

      ປີ 2020 ແມ່ນຄົບຮອບ 20 ປີທີ່ທ່ານນາຍົກລັດຖະມົນຕີ ປະກາດໃຊ້ຂໍ້ຕົກລົງໂດຍຖືເອົາວັນທີ 07 ເມສາ ໃນແຕ່ລະປີເປັນວັນ ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ” (07 ເມສາ 2000 – 07 ເມສາ 2020).

(ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ)
      ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍເຖິງພໍ່ແມ່ປະຊາຊົນ ແລະ ນັກຮົບໃນທົ່ວປະເທດ, ຍ້ອງຍໍຊົມເຊີຍ, ຮັບຮູ້, ຕີລາຄາສູງການກະທຳອັນສູງສົ່ງຂອງບັນດາຜູ້ບໍລິຈາກເລືອດດ້ວຍຄວາມສະໝັກໃຈ ກໍຄືບັນດາອົງການຈັດຕັ້ງ, ສ່ວນບຸກຄົນ ທີ່ໄດ້ຕັ້ງໜ້າປະກອບສ່ວນໃຫ້ແກ່ວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ.
        ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ, ມິດສະຫາຍ, ນັກຮົບໃນທົ່ວປະເທດ, ຜູ້ມີສຸຂະພາບແຂງແຮງດີ, ມີມາດຕະຖານຢ່າງຄົບຖ້ວນ ຈົ່ງກຽມພ້ອມ, ຫ້າວຫັນເຂົ້າຮ່ວມການບໍລິຈາກເລືອດ ແລະ ຕັ້ງໜ້າຂົນຂວາຍທຸກຄົນໃຫ້ບໍລິຈາກເລືອດເປັນປະຈຳ ເພື່ອກູ້ຊ່ວຍເອົາຊີວິດຄົນເຈັບ, ເພື່ອໃຫ້ປະຊາຊົນໃນສັງຄົມມີສຸຂະພາບແຂງແຮງ ແລະ ມະນຸດສະທຳ, ປະກອບສ່ວນປົກປ້ອງ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ, ການພັດທະນາປະເທດຊາດແບບຍືນຍົງ.
        ເນື່ອງໃນໂອກາດນີ້, ໃນລະຫວ່າງວັນທີ 03 – 30 ເມສາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບບັ້ນຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແລະ ຄະນະຊີ້ນຳທຸກຂັ້ນ ຈົ່ງພ້ອມກັນຜັນຂະຫຍາຍບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ຜັນຂະຫຍາຍບັ້ນໂຄສະນາທາງສື່ມວນຊົນເພື່ອຕອບສະໜອງວັນ “ທົ່ວປວງຊົນບໍລິຈາກເລືອດດ້ວຍຄວາມສະໝັກໃຈ”; ແນະນຳບັນດາເລື່ອງລາວ, ຮູບພາບກ່ຽວກັບແບບຢ່າງໃນວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ…
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top