• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່,ປະທານປະເທດຫງວຽນຟຸຈ້ອງເຂົ້າຮ່ວມລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ

ຕອນຄ່ຳວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2019, ທີ່ສະຫງວນໃຫ້ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ກັບເມືອຫວຽດນາມ ຕ້ອນຮັບບຸນເຕັດ.

ລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ

(ພາບ: TTXVN)

ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ຫງວຽນຟຸຈ້ອງ ຢືນຢັນວ່າ, ສຳລັບປະເທດ ແລະ ຊາດຫວຽດນາມ, ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຖິງວ່າດຳລົງຊີວິດຢູ່ແຫ່ງຫົນໃດກໍ່ຕາມ, ຍາມໃດກໍ່ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວຫວຽດນາມ ໄດ້.

        “ບັນດາການປະກອບສ່ວນທີ່ໜ້າເຄົາລົບ ແລະ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງພໍ່ແມ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດສຳລັບບ້ານເກີດເມືອງນອນ, ປະເທດຊາດ ໂດຍເລີ່ມມາຈາກຄວາມຮັກຕໍ່ປະເທດຊາດຂອງແຕ່ລະຄົນ, ແມ່ນມູນເຊື້ອອັນລ້ຳຄ່າຂອງຊາດຫວຽດນາມ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ມີຄວາມເຂົ້າໃຈ, ແບ່ງປັນກັບພໍ່ແມ່ປະຊາຊົນທີ່ຫ່າງໄກກັບບ້ານເກີດເມືອງນອນ, ແບ່ງເບົາບັນດາຄວາມຫຍຸ້ງຍາກ, ລຳບາກເມື່ອອາໄສຢູ່ຕ່າງປະເທດ, ພ້ອມທັງກໍ່ເຊື່ອໝັ້ນວ່າ, ຊາວຫວຽດນາມ ເຖິງວ່າອາໄສຢູ່ແຫ່ງໃດ, ເຮັດວຽກງານຫຍັງ, ຍາມໃດກໍ່ຄວນຮັກສາ ແລະ ສືບທອດໃຫ້ຄົນຫຼັງຕ້ອງອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ່.”

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ພົບປະກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 100 ຄົນ ທີ່ຕາງໜ້າໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 4,5 ລ້ານຄົນ ກັບເມືອປະເທດເຂົ້າຮ່ວມລາຍການລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2019. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ, ຈະມີນັກລົງທຶນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຫຼາຍຄົນກັບເມືອລົງທຶນຢູ່ຫວຽດນາມ, ໂດຍສະເພາະແມ່ນເລື່ອງຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີ 12 ສະບັບ. ກາລະໂອກາດໃຫ້ບັນດານັກລົງທຶນແມ່ນໃຫຍ່ຫຼວງ ບໍ່ພຽງແຕ່ຢູ່ຫວຽດນາມ ເທົ່ານັ້ນ, ຫາກຍັງຢູ່ບັນດາຕະຫຼາດເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມການລົງນາມໃນສັນຍາການຄ້າເສລີອີກດ້ວຍ.

 (ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.

Top