• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເມືອງເກາະເຈື່ອງຊາ ຈະຈັດການເລືອກຕັ້ງກ່ອນກຳນົດເວລາທີ່ເຂດປ່ອນບັດ 20 ແຫ່ງ

      ສະພາເລືອກຕັ້ງແຫ່ງຊາດ ໄດ້ຕົກລົງໃຫ້ແຂວງແຄັງຮວາ ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດປ່ອນບັດ 20 ແຫ່ງຢູ່ບັນດາເຂດເກາະ ຂຶ້ນກັບເທດສະບານເມືອງເຈື່ອງຊາ, ຕາແສງຊິງຕົ່ນ, ຕາແສງຊອງຕື້ໄຕໃນວັນທີ 16 ພຶດສະພາ.
ການເຮັດວຽກຢູ່ແຂວງແຄັງຮວາ (ພາບ: VOV)
      ວັນທີ 7 ພຶດສະພາ, ພາຍຫຼັງໄດ້ໄປກວດກາ, ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງຢູ່ແຂວງແຄັງຮວາ, ນະຄອນຍາຈາງ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ, ຄະນະກຳມະການເລືອກຕັ້ງ ແຂວງແຄັງຮວາ, ທ່ານພົນເອກ ໂດ້ບາຕິ, ຮອງປະທານສະພາແຫ່ງຊາດ, ຫົວໜ້າຄະນະກວດກາ, ຕິດຕາມກວດກາວຽກງານກະກຽມການເລືອກຕັ້ງ ຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດ, ໄດ້ຮຽກຮ້ອງໃຫ້ແຂວງ ຈົ່ງຜັນຂະຫຍາຍບັນດາວຽກງານທີ່ຍັງເຫຼືອຢ່າງຄົບຊຸດ ເພື່ອຮັບປະກັນວຽກງານເລືອກຕັ້ງຢ່າງທັນການ, ຮອບດ້ານ. ພ້ອມກັນນັ້ນ, ແຂວງແຄັງຮວາ ຕ້ອງຖືວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ເປັນສຳຄັນກ່ວາອີກ. ສຳລັບເມືອງເກາະເຈື່ອງຊາ, ທ່ານພົນເອກ ໂດ້ບາຕິ ໃຫ້ຮູ້ວ່າ: ສະພາເລືອກຕັ້ງແຫ່ງຊາດ ໄດ້ຕົກລົງໃຫ້ແຂວງແຄັງຮວາ ຈັດການເລືອກຕັ້ງກ່ອນກຳນົດເວລາຢູ່ເຂດປ່ອນບັດ 20 ແຫ່ງຢູ່ບັນດາເຂດເກາະ ຂຶ້ນກັບເທດສະບານເມືອງເຈື່ອງຊາ, ຕາແສງຊິງຕົ່ນ, ຕາແສງຊອງຕື້ໄຕໃນວັນທີ 16 ພຶດສະພາ. ສະເພາະເຂດປ່ອນບັດຂຶ້ນກັບເກາະເຈື່ອງຊາເລິນ, ເທດສະບານເມືອງເຈື່ອງຊາ ແລະ 3 ເຂດປ່ອນບັດທີ່ຍັງເຫຼືອ ທີ່ຂຶ້ນກັບເມືອງເຈື່ອງຊາ ນອນໃນເຂດດິນຕໍ່ແຜ່ນຍັງດຳເນີນການເລືອກຕັ້ງຕາມການກຳນົດເວລາຄືວັນທີ 23 ພຶດສະພາ.
 (ແຫຼ່ງຄັດຈາກ VOV)

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

ນຳ​ ໝູ່​ກາງ​ຈາຍ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ພົ້ນ​ເດັ່ນ​ຢູ່​ທາງ​ທິດ​​ຕາ​ເວັນ​ຕົກ​ພາກເໜືອຂອງ ຫວຽດ​ນາມ

Festival ແຄນມົ້ງ - ງານບຸນ ດອກຄາຍປ່າ ປີ 2026 ໄຂຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ, ຢູ່ຕາແສງ ໝູ່ກາງຈາຍ, ແຂວງ ລາວກາຍ ດ້ວຍຫຼາຍກິດຈະກຳທີ່ດູດດື່ມ, ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເຂົ້າຮ່ວມເປັນຈຳນວນຫຼາຍ.

Top