• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເມັກຊີໂກ ແລະ ອີຢູ ບັນລຸໄດ້ຄວາມກ້າວໜ້າຫລາຍຢ່າງ ໃນການຫັນ FTA 2 ຝ່າຍເປັນທັນສະໄໝ

      ກະຊວງການຕ່າງປະເທດ ເມັກຊີໂກ ປະກາດວ່າ ທີ່ການເຈລະຈາຮອບທີ່ 4 ກ່ຽວກັບການຫັນຂໍ້ຕົກລົງທົ່ວໂລກ ເມັກຊີໂກ - ສະຫະພາບ ເອີຣົບ (ອີຢູ) ຫຼື ຂໍ້ຕົກລົງການຄ້າເສລີ (FTA).

ຜູ້ໃຊ້ສອຍຢູ່ ເມັກຊີໂກ (ພາບ: Getty images)
      ເປັນທັນສະໄໝ ທີ່ດຳເນີນໄປຢູ່ນະຄອນຫລວງ ເມັກຊີໂກ ຊີຕີ, 2 ຝ່າຍບັນລຸໄດ້ບັນດາບາດກ້າວທີ່ສຳຄັນໃນບັນດາຂົງເຂດຄື: ຕ້ານການສໍ້ລາດບັງຫລວງ, ຄົນເຂົ້າເມືອງ, ຕ້ານອາດຊະຍາກຳຢາເສບຕິດ, ການຟອກເງິນ, ການຄຸ້ມຄອງຄວາມສ່ຽງໄພພິບັດທຳມະຊາດ, ການພັດທະນາແບບຍືນຍົງ, ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ. ທີ່ການເຈລະຈາຄັ້ງນີ້ ເມັກຊີໂກ ແລະ ອີຢູ ໄດ້ແລກປ່ຽນທັດສະນາ ແລະ ເອກະສານກ່ຽວກັບບັນດາບັນຫາ ແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນດີທີ່ສຸດຂອງແຕ່ລະຝ່າຍ ເພື່ອຊຸກຍູ້ການພົວພັນແລກປ່ຽນການຄ້າ ແລະ ການລົງທຶນ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top