• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພື່ອໃຫ້ການດຳເນີນທຸລະກິດປະກັນໄພກາຍເປັນຊ່ອງທາງດຶງດູດເງິນທຶນທີ່ສຳຄັນໃຫ້ແກ່ພື້ນຖານເສດຖະກິດ

ຕອນເຊົ້າວັນທີ 22 ຕຸລາ, ບັນດາ ສ.ສ.ຊ ທີ່ເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ 15 ໄດ້ຮັບຟັງ ໃບສະເໜີ ແລະ ບົດລາຍງານການກວດກາກ່ຽວກັບຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ(ສະບັບປັບປຸງ).
ທ່ານວູ້ຮົງແທງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ

ຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ໄດ້ເປີດກ້ວາງເປົ້າໝາຍນັກລົງທຶນຕ່າງປະເທດ, ອະນຸຍາດໃຫ້ບັນດາກຸ່ມບໍລິສັດການເງິນ ມີການເຄື່ອນໄຫວ ດຳເນີນທຸລະກິດປະກັນໄພ, ຫັນເງື່ອນໄຂເປັນງ່າຍດາຍໃຫ້ແກ່ບັນດາວິສາຫະກິດປະກັນໄພທີ່ໄດ້ຮັບໜັງສືອະນຸຍາດຢູ່ຫວຽດນາມ ມີຄວາມຫວັງຢາກສ້າງຕັ້ງວິສາຫະກິດປະກັນໄພໃໝ່. ເພີ່ມເຕີມການຈົດທະບຽນດຳເນີນທຸລະກິດ, ອະນຸຍາດໃຫ້ວິສາຫະກິດປະກັນໄພສະໜອງຜະລິດຕະພັນຂຶ້ນກັບຂົງເຂດປະກັນໄພອື່ນໆ. ທ່ານວູ້ຮົງແທງ ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດຊີ້ແຈ້ງວ່າ :

    “ ປັບປຸງກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ ແນໃສ່ຫັນແຜນນະໂຍບາຍ ແນວທາງຂອງພັກເປັນລະບອບກົດໝາຍ; ແກ້ໄຂບັນດາຂໍ້ຄວາມຈຳກັດ, ຄວາມອ່ອນດ້ອຍ ພາຍຫຼັງກ່ວາປີທີ່ປະຕິບັດກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພປີ 2000 , ຮັບປະກັນຄວາມເປັນເອກະພາບ, ລັກສະນະຄົບຊຸດຂອງລະບົບກົດໝາຍ, ພັດທະນາຕະຫຼາດປະກັນໄພຢ່າງປອດໄພ, ໂປ່ງໃສ, ໝັ້ນຄົງ, ມີປະສິດທິຜົນ, ຄ້າຍຄືທຳນຽມສາກົນ, ຍົກສູງຄວາມສາມາດແກ່ງແຍ້ງ, ພ້ອມກັບຕະຫຼາດເງິນຕາ-ສິນເຊືອ ແລະ ຕະຫຼາກຫຼັກຊັບກາຍເປັນ ຊ່ອງທາງດຶງດູດເງິນທຶນທີ່ສຳຄັນໃຫ້ແກ່ພື້ນຖານເສດຖະກິດ ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ: ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ນະ​ຄອນຫຼວງ ຕັດ​ສິນ​ໃນ​ປະ​ຕິ​ບັດ​ວິ​ໄສ​ທັດ ນະ​ຄອນຫຼວງ 100 ປີ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ: ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ນະ​ຄອນຫຼວງ ຕັດ​ສິນ​ໃນ​ປະ​ຕິ​ບັດ​ວິ​ໄສ​ທັດ ນະ​ຄອນຫຼວງ 100 ປີ

ຕອນ​ເຊົ້າ​ວັນ​ທີ 10 ຕຸ​ລາ, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ມູນ​ເຊື້ອ​ກຳ​ລັງ​ປະ​ກອບ​ອາ​ວຸດ ນະ​ຄອນຫຼວງ(19/10/1946 – 19/10/2026) ແລະ ຕ້ອນ​ຮັບ​ນາມ​ມະ​ຍົດ​ວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ.

Top