ຂ່າວສານ
ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວນັບມື້ນັບເລິກເຊິ່ງ, ແທ້ຈິງ ແລະ ມີປະສິດທິຜົນ
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ, ຕອນບ່າຍວັນທີ 7 ມິຖຸນາ, ທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນ 2026 ແຕ່ວັນທີ 7 – 9 ມິຖຸນາ 2026. ຕອນບ່າຍວັນທີ 7 ມິຖຸນາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ, ນາຍົກລັດຖະມົນຕີສອງທ່ານໄດ້ເຂົ້າຮ່ວມການພົບປະເຈລະຈາ.
ຢູ່ການພົບປະເຈລະຈາ, ນາຍົກລັດຖະມົນຕີ ສອງທ່ານໄດ້ຢັ້ງຢືນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຂອງສອງພັກ, ສອງລັດ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າໃຫ້ການປັບປຸງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ປະສານສົມທົບຢູ່ບັນດາເວທີປາໄສໃນພາກພື້ນ, ສາກົນສືບຕໍ່ໄດ້ເພີ່ມທະວີ, ຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດໃຫ້ນັບມື້ນັບເປີດກວ້າງ.
ເພື່ອສືບຕໍ່ນຳການພົວພັນສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການຢ້ຽມຢາມ, ພົບປະຂັ້ນສູງ ແລະ ທຸກຂັ້ນຢ່າງມີປະສິດທິຜົນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ໝາກຜົນກອງປະຊຸມຄັ້ງທີ 48 ຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຢ່າງເຂັ້ມງວດ, ບັນລຸໄດ້ຄຸນນະພາບສູງ, ສ້າງປະຖົມປັດໄຈເພື່ອໃຫ້ສອງຝ່າຍປະສານສົມທົບຈັດຕັ້ງປະຕິບັດສັນຍາຮ່ວມມືສອງຝ່າຍລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວໃນໄລຍະ 2026 – 2030ຢ່າງມີໄຊ…
ສອງຝ່າຍໄດ້ເຫັນດີເປັນເອກະພາບປະສານສົມທົບການຜັນຂະຫຍາຍບັນດາສົນທິສັນຍາ ແລະ ຂໍ້ຕົກລົງການຮ່ວມມືດ້ານເສດຖະກິດທີ່ໄດ້ຮັບການລົງນາມແລ້ວ, ຜັນຂະຫຍາຍບັນດາມາດຕະການທີ່ສອດຄ່ອງຢ່າງຄົບຊຸດເພື່ອສືບຕໍ່ຍົກສູງປະສິດທິຜົນ, ການປ່ຽນແປງໃໝ່ການຮ່ວມມືໃນບັນດາຂົງເຂດການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ບຳລຸງສ້າງພະລັງງານການນຳ, ຄຸ້ມຄອງຂັ້ນສູງ; ສ້າງມະຫາວິທະຍາໄລມິດຕະພາບ ລາວ - ຫວຽດນາມຢູ່ລາວໂດຍໄວ, ຍູ້ແຮງການພົບປະແລກປ່ຽນວັດທະນະທຳ, ກິລາ, ການທ່ອງທ່ຽວ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດກະສິກຳສະອາດ, ການຄ້າເອເລັກໂຕນິກ, ການຫັນເປັນດີຈີຕອນ ແລະ ນະວັດຕະກຳ.






