ຕອນເຊົ້າວັນທີ 11 ເມສາ, ຄະນະຊາວໜຸ່ມແຂວງ ອານຢາງ ໄດ້ຈັດການພົບປະ, ມອບຂອງຂວັນໃຫ້ແກ່ນັກສຶກສາ ກຳປູເຈຍ, ລາວ ພວມຮ່ຳຮຽນຢູ່ແຂວງ ອານຢາງ ແລະ ບັນດາພະນັກງານຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມ, ກອງເຍົາວະຊົນທີ່ເປັນຊາວເຜົ່າ ຂະແມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ Chôl Chnăm Thmây ແລະ ບຸນປີໃໝ່ລາວ 2025.
ໂດຍໄດ້ສົ່ງຄຳອວນພອນປີໃໝ່ມາຍັງບັນດາຜູ້ແທນ, ທ່ານ ໂດ້ມິນຊາງ, ຮອງເລຂາຄະນະຊາວໜຸ່ມແຂວງ, ປະທານສະຫະພັນຊາວໜຸ່ມ ຫວຽດນາມ ແຂວງ ອານຢາງ ໄດ້ເນັ້ນໜັກວ່າ ນ້ຳໃຈສາມັກຄີ, ມິດຕະພາບ, ການຊ່ວຍເຫຼືອລະຫວ່າງ ຫວຽດນາມ-ກຳປູເຈຍ-ລາວ ແມ່ນປັດໄຈຮັບປະກັນໄຊຊະນະໃນການສ້າງສາ, ພັດທະນາ, ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດໃນປະຫວັດສາດ, ປະຈຸບັນ ແລະ ໃນອະນາຄົດ.
ປະຈຸບັນ, ມີນັກສຶກ ກຳປູເຈຍ ແລະ ລາວ 21 ຄົນພວມດຳລົງຊີວິດ, ຮ່ຳຮຽນຢູ່ມະຫາວິທະຍາໄລ ອານຢາງ (ມະຫາວິທະຍາໄລແຫ່ງຊາດ ໂຮ່ຈີມິນ) ຊື່ງແມ່ນຂົວຕໍ່ ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບຖານບ້ານໃກ້ເຮືອນຄຽງລະຫວ່າງສາມປະເທດ ຫວຽດນາມ-ກຳປູເຈຍ-ລາວ.