• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່​າງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ​ບັນ​ດາ​ຄູ່​ຮ່ວມ​ມື​ອົດ​ສະ​ຕາ​ລີ

ວັນທີ 23 ສິງຫາ, ທ່ານເລຂາພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ໃຫ້ການຕ້ອນຮັບທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ.
ທ່ານເລຂາພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໃຫ້ການຕ້ອນຮັບທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ (ພາບ: TTXVN)

ຕາມທ່ານ ຫງວຽນວັນເນັນ ແລ້ວ, ນະຄອນໂຮ່ຈີມິນ ແລະ ບັນດາຄູ່ຮ່ວມມືອົດສະຕາລີ ໄດ້ ແລະ ພວມມີການພົວພັນຮ່ວມມືອັນດີງາມໃນບັນດາຂົງເຂດ: ການລົງທຶນ, ການສຶກສາ, ສາທາລະນະສຸກ. ທາງ ນະຄອນ ປາດຖະໜາຢາກ ພ້ອມກັບບັນດາຄູ່ຮ່ວມມືອົດສະຕາລີ ເພີ່ມທະວີ ການພົວພັນຮ່ວມມືຢ່າງແຮງກ່ວາອີກໃນບັນດາຂົງເຂດຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຫັນປ່ຽນພະລັງງານ, ພັດທະນາພື້ນຖານໂຄງລ່າງຕົວເມືອງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ…

ສ່ວນທ່ານນາງ Penny Wong ເນັ້ນໜັກວ່າ ອົດສະຕາລີຍາມໃດກໍ່ຖື ນະຄອນໂຮ່ຈີມິນ ແມ່ນພາກສ່ວນສຳຄັນໃນການພົວພັນສອງຝ່າຍລະຫວ່າງອົດສະຕາລີ ແລະ ຫວຽດນາມ, ຍາມໃດທ່ານນາງ ກໍ່ຢາກພ້ອມກັບນະຄອນໂຮ່ຈີມິນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ອວາອີກ.

 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ​ເພີ່​ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທະ​ເລ

ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ສອງ​ຝ່າຍ​ຄົ້ນ​ຄ້​ວາ​ຄວາມ​ສາ​ມາດ​ຮ່ວມ​ມືຕໍ່​​ໃໝ່, ສ້ອມ​ແປ້ງ, ​ບູ​ລະ​ນະສາ​ກຳ​ປັ່ນ ແລະ ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ແລະ ເງື່ອນ​ໄຂ​ຂອງ ຫວຽດ​ນາມ

Top