• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ກາ​ນາ​ດາ

ຕອນບ່າຍວັນທີ 11 ຕຸລາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Shawn Steil, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ.
  ທ່ານ ພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຕ້ອນຮັບທ່ານ Shawn Steil, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ການາດາ ປະຈຳ ຫວຽດນາມ (ພາບ: qdnd.vn)  

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພັດທະນາສາຍພົວພັນກັບ ການາດາ ເປັນສຳຄັນ, ໃນນັ້ນ ສາຍພົວພັນຮ່ວມມືດ້ານປ້ອງກັນຊາດ ນັບມື້ນັບສວມບົດບາດສຳຄັນໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ. ທ່ານລັດຖະມົນຕີ ຟານວັນຢາງ ກໍຫວັງວ່າ ທ່ານເອກອັກຄະລັດຖະທູດ Shawn Steil ຈະສືບຕໍ່ເອົາໃຈໃສ່ເຖິງການຊຸກຍູ້ການພົວພັນໃນບັນດາຂົງເຂດທີ່ພວມມີຢູ່ແລ້ວ, ພ້ອມທັງຄົ້ນຄວ້າຂະຫຍາຍອອກໄປສູ່ຂົງເຂດຮ່ວມມືທີ່ມີກຳລັງບົ່ມຊ້ອນອື່ນ, ສອດຄ່ອງກັບຜົນປະໂຫຍດ ແລະ ຄວາມຕ້ອງການຂອງແຕ່ລະປະເທດ, ສຸມໃສ່ການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ຮັກສາການເຈລະຈາ - ປຶກສາຫາລື; ໃຫ້ບຸລິມະສິດຮ່ວມມືໃນຂົງເຂດການສຶກສາ, ປົກປັກຮັກສາສັນຕິພາບສປຊ… ປີ 2023 ແມ່ນປີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 50 ປີ, ທ່ານພົນເອກ ຟານວັນຢາງ ຫວັງວ່າ ສອງຝ່າຍຈະຈັດຫຼາຍກິດຈະກຳຮ່ວມມືທີ່ມີຄວາມໝາຍ ເພື່ອເປັນຂີດໝາຍແກ່ເຫດການສຳຄັນນີ້.

ສ່ວນທ່ານເອກອັກຄະລັດຖະທູດ Shawn Perry Steil ຢັ້ງຢືນວ່າ ໃນຖານະຕຳແໜ່ງຂອງຕົນ ທ່ານຈະຕັ້ງໜ້າປະກອບສ່ວນເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີການຮ່ວມມືດ້ານປ້ອງກັນຊາດທີ່ນັບມື້ນັບເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນຢ່າງແທດຈິງ, ສອດຄ່ອງກັບຄວາມຕ້ອງການ, ຜົນປະໂຫຍດຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top