• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະ​ວີ​ການ​ປ່ອຍ​ແຫຼ່ງທຶນ ODA ໃນ​ປີ 2020

ວັນທີ 30 ມິຖຸນາ, ຢູ່ນະຄອນເກິນເທີ, ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ໄດ້ເຮັດວຽກກັບການນຳນະຄອນເກິນເທີ, ບາກລຽວ, ລອງອານ, ວິ້ງລອງ ກ່ຽວກັບຮູບການປະຕິບັດບັນດາໂຄງການໜູນຊ່ວຍການພັດທະນາຢ່າງເປັນທາງການ (ODA) ຢູ່ບັນດາທ້ອງຖິ່ນດັ່ງກ່າວ.

ທ່ານ ຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ (ພາບ: VGP) 

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຮຽກຮ້ອງໃຫ້ການນຳ 5 ແຂວງ, ນະຄອນດັ່ງກ່າວ ຕ້ອງມີຄວາມຕັດສິນໃຈ ແລະ ຂ້ຽວຂາດກ່ວາອີກໃນການຊີ້ນຳປ່ອຍແຫຼ່ງທຶນ ODA ໃນປີ 2020. ທ່ານຟ້າມບິ່ງມິງ ກໍ່ສະເໜີໃຫ້ບັນດາແຂວງ, ນະຄອນເອົາໃຈໃສ່ເຖິງບັນຫາລະດົມແຫຼ່ງທຶນ ODA ເພື່ອບຸກເບີກພື້ນທີ່, ຮັບປະກັນໃຫ້ແກ່ການປະຕິບັດບັນດາໂຄງການ. ທ່ານຮອງນາຍົກລັດຖະມົນຕີກໍ່ແບ່ງປັນບົດຮຽນ, ປະສົບການ ນັ້ນແມ່ນເມື່ອສ້າງບັນດາໂຄງການໃໝ່, ຕ້ອງກະກຽມພື້ນທີ່ເພື່ອຮັບປະກັນເວລາໃນການປະຕິບັດໂຄງການກໍ່ຄືລັກສະນະປະສິດທິຜົນຂອງບັນດາໂຄງການ.
(ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top