• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ ລະຫວ່າງ ຫວຽດນາມ - ສ.​ເກົາຫຼີ

ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມແລ້ວ ໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະ, ແລກປ່ຽນນາຍທະຫາຍໜຸ່ມ, ແລກປ່ຽນບົດຮຽນ,ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ແລະ ໜູນຊ່ວຍການບໍາລຸງສ້າງກິລາກາຍຍະກໍາໃນກອງທັບ.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ  Park Noh – Wan ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສສ. ຫວຽດນາມ (ພາບ: TTXVN)

ຕອນບ່າຍວັນທີ 1 ມິຖຸນາ, ຢູ່ສໍານັກງານກະຊວງປ້ອງກັນປະເທດຫວຽດນາມ, ກ່າວຄໍາເຫັນທີ່ການຕ້ອນຮັບທ່ານ  Park Noh – Wan ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສສ. ຫວຽດນາມ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢັ້ງຢືນວ່າ ໃນຊຸມປີມໍ່ໆມານີ້, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ໄດ້ມີບັນດາບາດກ້າວເດີນພັດທະນາ ໃນຫຼາຍຂົງເຂດ. ໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດສະບັບຕ່າງໆ ເຊິ່ງສອງຝ່າຍໄດ້ລົງນາມແລ້ວ ໃຫ້ມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະ, ແລກປ່ຽນນາຍທະຫາຍໜຸ່ມ, ແລກປ່ຽນບົດຮຽນ,ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ແລະ ໜູນຊ່ວຍການບໍາລຸງສ້າງກິລາກາຍຍະກໍາໃນກອງທັບ.

        ສ່ວນທ່ານ ເອກອັກຄະລັດຖະທູດ Park Noh – Wan ໄດ້ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຢູ່ຫວຽດນາມ ທ່ານຈະມານະພະຍາຍາມປະຕິບັດສໍາເລັດໜ້າທີ່ທີ່ໄດ້ຮັບການມອບໝາຍ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນລະຫວ່າງສອງປະເທດເວົ້າລວມ ແລະ ການຮ່ວມມືໃນດ້ານປ້ອງກັນຊາດລະຫວ່າງສອງປະເທດເວົ້າສະເພາະ ໃຫ້ສືບຕໍ່ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top