• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຜະລິດຜົນຢູ່ສູນເຮືອນຮ້ານ DK1

      ໂດຍບໍ່ຫົວຊາຕໍ່ຄື້ນລົມແຮງ, ພະຍຸ, ແດດກ້າ ແລະ ແຫຼ່ງນ້ຳຖືກນ້ຳເຄັມຊຶມ, ບັນດາສວນຜັກຢູ່ສູນບໍລິການ - ເສດຖະກິດ - ວິທະຍາສາດ - ເຕັກນິກ, ເຊິ່ງມັກເອີ້ນກັນວ່າ ແມ່ນສູນເຮືອນຮ້ານ DK1, ຕັ້ງຢູ່ເຂດໄຫຼ່ທະວີບທາງພາກໃຕ້ ຫວຽດນາມ ຍັງບຸກບືນຂຶ້ນຢ່າງແຮງ. 
            ຍ້ອນອີງໃສ່ສິ່ງດັ່ງກ່າວນັ້ນ ບັນດາຄາບເຂົ້າຂອງບັນດາພະນັກງານ, ນັກຮົບຢູ່ດ່ານໜ້າຂອງປະເທດຊາດ ບໍ່ພຽງແຕ່ມີຂອງກິນກະປ໋ອງເທົ່ານັ້ນ ແຕ່ຍັງມີທັງຜັກສົດ ແລະ ຊີ້ນໄກ່, ຊີ້ນເປັດ, ຊີ້ນໝູຕື່ມອີກ.  

ເຖິງວ່າເນື້ອທີ່ນ້ອຍຄັບແຄບ, ບໍ່ສາມາດລ້ຽງປູກໄດ້ເປັນຈຳນວນຫລາຍກໍ່ຕາມ, ແຕ່ນັກຮົບຢູ່ເຮືອນຮ້ານແຕ່ລະຄົນ ກໍ່ສາມາດອອກແຮງງານທຳການເພີ່ມພູນຜະລິດຜົນ, ຮັບປະກັນໃຫ້ຄາບເຂົ້າມີທາດບຳລຸງຢ່າງຄົບຖ້ວນ
      ກຸ່ມສູນເຮືອນຮ້ານ DK1 ຕັ້ງຢູ່ເຂດດອນ ເກ໊ວເດື່ອງ, ຟຸກງວຽນ, ຕືຈິ໊ງ, ຟຸກເຕິ່ນ, ບາແກ່ ຢູ່ທ່າມກາງລົມທະເລທັງ 4 ທິດດິນຟ້າອາກາດຮ້າຍແຮງ, ເລື່ອງອອກແຮງງານເພີ່ມພູນຜະລິດຜົນ ເພື່ອຮັກສາໃຫ້ຄາບເຂົ້າມີຜັກສົດ, ຊີ້ນສົດກິນ ເພື່ອຮັບປະກັນສຸຂະພາບແຂງແຮງດີໃຫ້ແກ່ບັນດາພະນັກງານ, ນັກຮົບ ແມ່ນຄວາມຫຍຸ້ງຍາກທົບຕັ້ງຫລາຍເທົ່າ.
            ນັບແຕ່ປີ 2015 ເປັນຕົ້ນມາ, ເລື່ອງຈັດຕັ້ງການອອກແຮງງານເພີ່ມພູນຜະລິດຜົນ, ປັບປຸງຊີວິດການເປັນຢູ່ຢູ່ສູນເຮືອນຮ້ານ DK1 ໄດ້ຮັບການຍູ້ແຮງຈາກບັນດາກົມກອງຢູ່ສູນເຮືອນຮ້ານ. ບັນດາສູນເຮືອນຮ້ານໄດ້ພະຍາຍາມນຳໃຊ້ເນື້ອທີ່ ເພື່ອປູກຜັກ, ເພີ່ມທະວີຈັດຕັ້ງການຕຶກເບັດ, ເຮັດຄອກລ້ຽງໝູ, ໄກ່, ເປັດ…ເພື່ອແນໃສ່ປັບປຸງຊີວິດການເປັນຢູ່, ຍົກສູງກຳລັງສຸຂະພາບໃຫ້ແກ່ທະຫານ. ພັນຕີ ຫງວຽນວັນເລິມ, ຫົວໜ້າຜູ້ບັນຊາສູນເຮືອນຮ້ານ DK1/20 ໃຫ້ຮູ້ວ່າ:
            “ປູກຜັກຕາມລະດູ, ແຕ່ເດືອນ ມີນາ ຫາເດືອນ ເມສາ ດິນຟ້າອາກາດເອື້ອອຳນວຍຄວາມສະດວກນັ້ນ ຈະປູກຜັກໄດ້ຫລາຍຊະນິດ, ເມື່ອຮອດລະດູທ້າຍປີ ຈະປູກໄດ້ແຕ່ຜັກມັນດ້າງ, ຜັກໝາກອຶ ຫຼື ຜັກປັງເທົ່ານັ້ນ. ນອກຈາກນັ້ນ, ພວກຂ້າພະເຈົ້າຍັງໄດ້ຈັດຕັ້ງການຕຶກເປັດຕື່ມອີກ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ອ້າຍນ້ອງທະຫານ.

ຜັກທີ່ເປັນເຄືອ, ຜັກກາດ, ຜັກປັງ, ຜັກເຄືອຕົດໝາ ແມ່ນປູກງ່າຍທີ່ສຸດກັບເງື່ອນໄຂດິນຟ້າອາກາດຢູ່ສູນເຮືອນຮ້ານ
      ປັດຈຸບັນຢູ່ສູນເຮືອນຮ້ານຕ່າງໆ, ຖັງໂຟມ, ຖັງຢາງໄດ້ນຳມາໝູນໃຊ້ເຂົ້າໃນການປູກຜັກໝົດ ດ້ວຍດິນປູກຝັງທີ່ເອົາມາຈາກເຂດດິນຕໍ່ແຜ່ນ. ຕາມປະສົບການຂອງນັກຮົບທີ່ຢູ່ສູນເຮືອນຮ້ານແລ້ວ, ຜັກທີ່ເປັນເຄືອ, ຜັກກາດ, ຜັກປັງ, ຜັກເຄືອຕົດໝາ ແມ່ນປູກງ່າຍທີ່ສຸດກັບເງື່ອນໄຂດິນຟ້າອາກາດຢູ່ສູນເຮືອນຮ້ານ. ຍ້ອນເຫດນັ້ນ, ສວນຜັກຂອງສູນເຮືອນຮ້ານ DK1/20, ເຂດ ບາແກ່, ເຖິງວ່າມີເນື້ອທີ່ປະມານ 100 ຕາແມັດກໍ່ຕາມ, ແຕ່ທຸກໆເດືອນກໍ່ສາມາດຕອບສະໜອງຜັກສົດ, ຫົວຜັກທຸກຊະນິດໄດ້ຫລາຍກ່ວາ 80 ກິໂລກຼາມ. ທ່ານພັນຈັດຕະວາ ຟ້ານກົງຟຸງ, ຫົວໜ້າການເມືອງສູນເຮືອນຮ້ານ DK1/16, ໃຫ້ຮູ້ວ່າ:
            “ດິນຟ້າອາກາດຢູ່ເຂດທະເລ DK ໂດຍພື້ນຖານແລ້ວ ແມ່ນມີ 2 ລະດູ, ລະດູຝົນ ແລະ ລະດູແລ້ງ. ດິນຟ້າອາກາດຮ້າຍແຮງ, ແດດຮ້ອນຫລາຍ, ລະດູຝົນແມ່ນເລີ່ມແຕ່ເດືອນ ພະຈິກ ຫາເດືອນ ກຸມພາ ປີຕໍ່ໄປ ແມ່ນມີພະຍຸພັດຜ່ານ, ຈະສົ່ງຜົນສະທ້ອນຢ່າງໃຫຍ່ຫລວງຕໍ່ຊີວິດການເປັນຢູ່ກໍ່ຄືສະມັດຕະພາບການອອກແຮງງານເພີ່ມພູນຜະລິດຜົນຂອງສູນເຮືອນຮ້ານ, ລົມພັດແຮງເຮັດໃຫ້ຜັກຜືດຕາຍໝົດ, ບໍ່ສາມາດປູກໄດ້. ພວກຂ້າພະເຈົ້າຕ້ອງໄດ້ເຮັດແນວກັ້ງບັງ, ເຖິງວ່າມີແນວກັ້ງບັງແລ້ວກໍ່ຕາມ ແຕ່ກໍ່ບໍ່ສາມາດປູກຜັກໄດ້ 100%. ເວົ້າລວມແລ້ວ ການອອກແຮງງານເພີ່ມພູນຜະລິດຜົນໃນລະດູຝົນ, ພະຍຸແມ່ນມີຄວາມຫຍຸ້ງຍາກທີ່ສຸດ.
            ດ້ວຍຄວາມດຸໝັ່ນຂະຫຍັນພຽນ, ປະດິດຄິດສ້າງ, ຜ່ານຜ່າຄວາມຮ້າຍແຮງຂອງດິນຟ້າອາກາດ, ຂາດເຂີນກ່ຽວກັບບ່ອນພັກພາອາໄສ, ດິນປູກຝັງ, ບັນດາພະນັກງານ, ນັກຮົບຢູ່ສູນເຮືອນຮ້ານ DK1 ໄດ້ມີອາຫານສົດກິນໃນແຕ່ລະວັນ.

 ເລື່ອງເລືອກເອົາແນວພັນສັດລ້ຽງ ໃຫ້ແທດເໝາະກັບສິ່ງແວດລ້ອມ, ດິນຟ້າອາກາດຢູ່ທະເລແມ່ນຍາກທີ່ສຸດ
      ຕັ້ງຢູ່ເຂດ ຟຸກເຕິ່ນ, ສູນເຮືອນຮ້ານ DK1/16 ແມ່ນໜຶ່ງໃນຈຳນວນໜ້ອຍສູນເຮືອນຮ້ານມີການພັດທະນາຮູບແບບລ້ຽງສັດ, ປູກຜັກຂຽວ, ປອດສານພິດທີ່ປະສົບຜົນສຳເລັດ. ກໍ່ຄືກັບການປູກຜັກ, ການລ້ຽງສັດຢູ່ເຮືອນຮ້ານກໍ່ລຳບາກກາກກຳທີ່ສຸດ. ເລື່ອງເລືອກເອົາແນວພັນສັດລ້ຽງ ໃຫ້ແທດເໝາະກັບສິ່ງແວດລ້ອມ, ດິນຟ້າອາກາດຢູ່ທະເລແມ່ນຍາກທີ່ສຸດ. ພຽງແຕ່ຂາດສະຕິໜ້ອຍໜຶ່ງນັ້ນ ກໍ່ຈະເຮັດໃຫ້ສັດລ້ຽງຕາຍທັງໝົດ. ບັນດາພະນັກງານ, ນັກຮົບໄດ້ຍາດແຍ່ງເວລາ ເພື່ອຮ່ຳຮຽນເອົາບັນດາຄວາມຮູ້ໃນການລ້ຽງສັດຈາກໜັງສືພິມ, ວິທະຍຸ, ໝູນໃຊ້ບັນດາບົດຮຽນພື້ນເມືອງເພື່ອນຳໃຊ້ເຂົ້າໃນການລ້ຽງສັດໃຫ້ດີກ່ວາ. ທ່ານພັນຈັດຕະວາ ເຈືອງແອັງດ່າວ, ເຮືອນຮ້ານ DK1/16, ແບ່ງປັນວ່າ:
            “ພວກຂ້າພະເຈົ້າໄດ້ຖອດຖອນບົດຮຽນ ດ້ວຍບັນດາມາດຕະການພື້ນເມືອງຂອງປູ່ຍ່າຕາຍາຍສະໄໝກ່ອນຄື: ຕຳຜັກທຽມ, ໂຮຍປູນ, ເຮັດແນວກັ້ງບັງລົມ. ສິ່ງດັ່ງກ່າວທັງໝົດນັ້ນໄດ້ກາຍເປັນຄວາມຊິນເຄີຍ, ບໍ່ພຽງແຕ່ຮັບປະກັນໄດ້ໃນການລ້ຽງສັດເທົ່ານັ້ນ ແຕ່ຍັງສາມາດລ້ຽງໄດ້ເປັນຝູງອີກດ້ວຍ. ຄາບເຂົ້າໃນແຕ່ລະວັນ, ນອກຈາກອາຫານແຫ້ງແລ້ວ, ພວກຂ້າພະເຈົ້າກໍ່ສາມາດຕອບສະໜອງອາຫານສົດໄດ້ປະມານ 30%.

ພັນຈັດຕະວາ ເຈືອງແອັງດ່າວ
      ບໍ່ນຳໃຊ້ຝຸ່ນເຄມີ ແຕ່ນຳໃຊ້ຝຸ່ນຊີວະພາບ, ບໍ່ນຳໃຊ້ຫົວອາຫານແຕ່ນຳໃຊ້ກົກ, ກ້ານຜັກຊະນິດຕ່າງໆ ແລະ ອາຫານເຫຼືອກິນມາເປັນອາຫານສັດລ້ຽງ. ວຽກງານຮັບປະກັນສຸຂະອະນາໄມດ້ານສະບຽງອາຫານ, ການປ້ອງກັນ, ຕ້ານເຊື້ອພະຍາດໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ທ່ານຮ້ອຍເອກ ໂດ໊ວັນທຶ້ກ, ຜູ້ບັນຊາການສູນເຮືອນຮ້ານ DK1/18 ໃຫ້ຮູ້ວ່າ:
            “ພາກສ່ວນເສນາຮັກຂອງກົມກອງເຄີຍກວດກາວຽກງານອະນາໄມໃນແຕ່ລະວັນ, ແຕ່ລະອາທິດ ແລະ ຜູ້ບັນຊາສູນເຮືອນຮ້ານໄດ້ຊຶມຊັບອ້າຍນ້ອງໝົດທຸກຄົນ ເພື່ອຮັບປະກັນບັນດາຂັ້ນຕອນເຮັດອະນາໄມໃນການລ້ຽງສັດໄດ້ເປັນຢ່າງດີ.
            ເຖິງວ່າເນື້ອທີ່ນ້ອຍຄັບແຄບ, ບໍ່ສາມາດລ້ຽງປູກໄດ້ເປັນຈຳນວນຫລາຍກໍ່ຕາມ, ແຕ່ນັກຮົບຢູ່ເຮືອນຮ້ານແຕ່ລະຄົນ ກໍ່ສາມາດອອກແຮງງານທຳການເພີ່ມພູນຜະລິດຜົນ, ຮັບປະກັນໃຫ້ຄາບເຂົ້າມີທາດບຳລຸງຢ່າງຄົບຖ້ວນ. ຕ່າງກັບຊຸມປີກ່ອນນີ້, ຜັກຍັງຂາດເຂີນ ບາງເທື່ອກໍ່ພໍ ແຕ່ໄດ້ເຮັດແກງເທົ່ານັ້ນ, ຊີ້ນສົດກໍ່ຕ້ອງໄດ້ປະຢັດກິນ, ແຕ່ມາໃນປັດຈຸບັນ, 100% ຄາບເຂົ້າຂອງບັນດາສູນເຮືອນຮ້ານລ້ວນແຕ່ມີຜັກ ແລະ ຊີ້ນສົດກິນ. ສິ່ງນີ້ ໄດ້ປະກອບສ່ວນປັບປຸງຄາບເຂົ້າ, ຍົກສູງສຸຂະພາບ, ຊ່ວຍບັນດາພະນັກງານ, ນັກຮົບຜ່ານຜ່າທຸກຄວາມຫຍຸ້ງຍາກ, ຂາດເຂີນ ເພື່ອຮັກສາເຂດທະເລອັນສັກກາລະບູຊາຂອງປະເທດຊາດໄວ້ໃຫ້ໝັ້ນຄົງ./.
 (ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top