• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ລາວ ໃນທຸກຂົງເຂດ

ທ່ານປະທານປະເທດຫວັງວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ
(ທ່ານປະທານປະເທດ ໂຕເລິມ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ)

ຕອນບ່າຍວັນທີ 11 ກໍລະກົດ, ທີ່ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ບໍ່ວຽງຄຳ ວົງດາລາ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ສະເໜີໃຫ້ສະມາຄົມມິດຕະພາບ ລາວ - ຫວຽດນາມ ສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງ ລາວ ເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ທຳມາຫາກິນ, ດຳລົງຊີວິດຢູ່ ລາວ, ຕັ້ງໜ້າປະກອບສ່ວນສ້າງປະເທດ ລາວ ໃຫ້ນັບມື້ນັບວັດທະນາຖາວອນ. ທ່ານປະທານປະເທດຫວັງວ່າ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບ ລາວ - ຫວຽດນາມ ຈະສືບຕໍ່ແມ່ນຂົວເຊື່ອມຕໍ່ສຳຄັນໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ລາວ.

ແລະກໍ່ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ ຂອງທ່ານປະທານປະເທດ ໂຕເລິມ, ຕອນບ່າຍວັນທີ 11 ກໍລະກົດ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງ, ໄດ້ເຮັດວຽກກັບທ່ານ ພູວົງ ອຸ່ນຄຳແສນ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ລາວ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະຜັນຂະຫຍາຍບັນດາແຜນຮ່າງ, ຫົວຂໍ້ການບຳລຸງສ້າງພະນັກງານ ແລະ ຄົ້ນຄວ້າວິທະຍາສາດ, ໃນນັ້ນມີກອງປະຊຸມສຳມະນາ 4 ຝ່າຍ ຫວຽດນາມ - ລາວ, ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ມິຖຸນາ 2025 ຢູ່ນະຄອນ ດ່ານັ້ງ.

ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ພົບປະກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ (ພາບ: cand.com.vn)

ຕອນບ່າຍວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານພົນໂທ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ໄດ້ດຳເນີນການພົບປະເຈລະຈາກັບທ່ານພົນເອກ ວິໄລ ຫຼ້າຄຳຟອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງ ກຳລັງຕຳຫຼວດ 2 ປະເທດຈະສືບຕໍ່ຢືດໝັ້ນ, ເດັດດ່ຽວບໍ່ປະໃຫ້ບັນດາກຳລັງທີ່ເປັນປໍລະປັກສວຍໃຊ້ປະເທດນີ້ເພື່ອຕ້ານປະເທດອື່ນ, ສົມທົບກັນຈັດກອງປະຊຸມຂັ້ນຮອງລັດຖະມົນຕີກ່ຽວກັບການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳຄັ້ງທີ 8 ລະຫວ່າງກຳລັງຕຳຫຼວດ 2 ປະເທດ ຫວຽດນາມ - ລາວ…

ແລະກໍ່ໃນວັນທີ 11 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ບໍລິສັດການບິນ Vietjet ໄດ້ມອບຂໍ້ຕົກລົງຮ່ວມມືກັບກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ກ່ຽວກັບການເພີ່ມທະວີການເຊື່ອມຕໍ່ການຂົນສົ່ງທາງອາກາດຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top