• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຊາວໜຸ່ມສອງປະເທດ ຫວຽດນາມ - ລາວ

      ທ່ານ ເລກວກຟອງ ໄດ້ສະແດງຄວາມປາດຖະໜາຢາກສອງຝ່າຍ ເລີ່ມຕົ້ນ, ຊຸກຍູ້ບັນດາການເຄື່ອນໄຫວຄື: ການພົບປະ, ແລກປ່ຽນ, ຊອກຫາຄວາມສາມາດທີ່ຈະຮ່ວມມືດຳເນີນທຸລະກິດ.

ທ່ານ ເລກວກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ 
ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ພາບ: ຮ່າແທງ/ Tuoitre.vn) 
      ຕອນບ່າຍວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນການພົບປະລະຫວ່າງທ່ານ ເລກວກຟອງ, ເລຂາຜູ້ທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ທ່ານ ອາລຸນໄຊ ສູນນະລາດ, ເລຂາສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
        ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນທີ່ສຳຄັນຄື: ການສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງການຮ່ວມມື ລະຫວ່າງຄະນະຊາວ ໜຸ່ນສອງປະເທດ ໄລຍະ 2017 – 2022, ສືບຕໍ່ຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ແກ່ຄົນລຸ່ນໜຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດຫວຽດນາມ - ລາວ, ສືບຕໍ່ຜັນຂະຫຍາຍໂຄງການແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມ, ບັນດາຫ້ອງບຳລຸງສ້າງພະນັກງານຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ຢູ່ ຫວຽດນາມ.
            ກ່ຽວກັບວຽກງານການຮ່ວມມືລະຫວ່າງນັກທຸລະກິດໜຸ່ມສອງປະເທດ, ທ່ານ ເລກວກຟອງ ໄດ້ສະແດງຄວາມປາດຖະໜາຢາກສອງຝ່າຍ ເລີ່ມຕົ້ນ, ຊຸກຍູ້ບັນດາການເຄື່ອນໄຫວຄື: ການພົບປະ, ແລກປ່ຽນ, ຊອກຫາຄວາມສາມາດທີ່ຈະຮ່ວມມືດຳເນີນທຸລະກິດ. ຈາກນັ້ນ, ສະມາຄົມນັກທຸລະກິດໜຸ່ມ ສອງປະເທດກ້າວໄປເຖິງການຄົ້ນຄ້ວາຄວາມສາມາດໃນການລົງນາມບັນດາຂໍ້ຕົກລົງຮ່ວມມື. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໜູນຊ່ວຍລາວໃນການຮ່ວມເດີນທາງພ້ອມກັບຊາວໜຸ່ມ starup  ແລະ ສ້າງອາຊີບ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top