• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີວຽກງານສຶກສາໂຄສະນາການພົວພັນແບບພິເສດ ຫວຽດນາມ - ລາວ

      ທ່ານຜູ້ຟັງລາຍການພາສາຕ່າງປະເທດຫລາຍທ່ານ ໄດ້ສະແດງຄວາມສົນໃຈ ກ່ຽວກັບການນຳເອົາມະຕິຂອງພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດການເປັນຢູ່, ບັນຫາປ້ອງກັນ, ຕ້ານໂຄວິດ-19, ບັນດາທ່າອ່ຽງຫາກໍ່ພົ້ນເດັ່ນໃນໄລຍະໂລກລະບາດແຜ່ລາມ, ຂໍ້ມູນຂ່າວກ່ຽວກັບຜ້າອັດປາກ-ດັງ wakamono…
            ອາທິດຜ່ານມາ, ພະແນກບັນດາລາຍການກະຈາຍສຽງພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງທີ່ມາຈາກຫລາຍປະເທດ ແລະ ເຂດແຄ້ວນ ຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງຫລາຍຄົນ ໄດ້ສົ່ງຈົດໝາຍສະແດງຄວາມສົນໃຈກ່ຽວກັບວັດທະນະທຳ, ສິລະປະຂອງ ຫວຽດນາມ ກໍ່ຄືການພົວພັນຮ່ວມມືຊາວໜຸ່ມ ຫວຽດ - ລາວ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍແນະນຳບາງຄຳເຫັນ, ເນື້ອໃນ ກໍ່ຄືຕອບຄຳຖາມຂອງທ່ານຜູ້ຟັງສົ່ງມາລາຍການ.
ນະຄອນຫລວງ ຮ່າໂນ້ຍ - ຫວຽດນາມ
      ທ່ານຜູ້ຟັງ ລັດເຊຍ Ivan Lebedev ໄດ້ສົ່ງຄຳຕິຊົມຕໍ່ກັບພາບສາລະຄະດີດອກບານຢູ່ ຮ່າໂນ້ຍ: “ຮ່າໂນ້ຍ ແມ່ນນະຄອນທີ່ສວຍງາມ ແລະ ຫວຽດນາມ ແມ່ນປະເທດວັດທະນາຖາວອນ ແລະ ສີວິໄລ. ຂ້າພະເຈົ້າຫວັງຢາກໄດ້ຕ້ອນຮັບລະດູບານໃໝ່ຢູ່ປະເທດພວກເພື່ອນ”. ສ່ວນທ່ານຜູ້ຟັງ Jaouad Saber ຢູ່ ມາຣົກ ໄດ້ສະແດງຄວາມຈັບອົກຈັບໃຈຕໍ່ພາບສາລະຄະດີດອກບານຢູ່ຮ່າໂນ້ຍ ເພື່ອນຂຽນວ່າ “ງາມສຸດຍອດ”
            ຢູ່ລັດເຊຍ, ທ່ານຜູ້ຟັງ Ivan Lebedev ຂຽນຄຳຕິຊົມກ່ຽວກັບບົດຂຽນ “ຊົນເຜົ່າ ເອເດ ມີຫົວຄິດປະດິດສ້າງໃນການຕີຄ້ອງ”: ເພື່ອນຂຽນວ່າ “ວັດທະນະທຳຕີຄ້ອງ ໂດຍ UNESCO ຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸ, ອີກຄັ້ງໜຶ່ງເນັ້ນໜັກເຖິງຄວາມສຳຄັນຂອງວັດທະນະທຳຕີຄ້ອງຢູ່ ຫວຽດນາມ.
            ທ່ານຜູ້ຟັງ Dieter Feltes ຢູ່ ເຢຍລະມັນ ຂຽນວ່າ “ຂ້າພະເຈົ້າມັກຟັງລາຍການເລື່ອງລາວເຂດບ້ານນາ ຍ້ອນວ່າ ຜ່ານນັ້ນ ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບຜົນງານດ້ານເສດຖະກິດ, ການປ່ຽນແປງຊີວິດການເປັນຢູ່ຢູ່ເຂດຊົນນະບົດຂອງ ຫວຽດນາມ ຄືແນວໃດ. ຊົນນະບົດຢູ່ ຫວຽດນາມ ມີຮ້ານຄ້າ, ຮ້ານຊັບພະສິນຄ້າຂາຍເຄື່ອງໃຊ້ເຮັດສວນ ຫຼື ປູກຕົ້ນໄມ້ບໍ່ ”
            ທ່ານຜູ້ຟັງ ພິເຈດ ທອງພູນ ອາໄສຢູ່ ໄທ ສົ່ງຄຳອວຍພອນ ຫວຽດນາມ ທີ່ໄດ້ເລີ່ມຕົ້ນຜັນຂະຫຍາຍການສັກວັກຊິນກັນ ໂຄວິດ-19, ພ້ອມທັງໃຫ້ຮູ້ວ່າ ໄທ ຈະຜັນຂະຫຍາຍການສັກວັກຊິນ Sinovac.
            ທ່ານຜູ້ຟັງລາຍການພາສາຕ່າງປະເທດຫລາຍທ່ານ ໄດ້ສະແດງຄວາມສົນໃຈ ກ່ຽວກັບການນຳເອົາມະຕິຂອງພັກກອມມູນິດ ຫວຽດນາມ ເຂົ້າສູ່ຊີວິດການເປັນຢູ່, ບັນຫາປ້ອງກັນ, ຕ້ານໂຄວິດ-19, ບັນດາທ່າອ່ຽງຫາກໍ່ພົ້ນເດັ່ນໃນໄລຍະໂລກລະບາດແຜ່ລາມ, ຂໍ້ມູນຂ່າວກ່ຽວກັບຜ້າອັດປາກ-ດັງ wakamono…
            ໃນຈົດໝາຍສົ່ງມາລາຍການພາກພາສາລາວ, ເພື່ອນ ປານົມສອນ ຈິນດາວົງ, ພວມປະຕິບັດງານຢູ່ຄະນະຊາວໜຸ່ມແຂວງ ບໍລິຄຳໄຊ ແລະ ເພື່ອນ ເພັດສະຫວັນ ເຮັດວຽກຢູ່ຄະນະຊາວໜຸ່ມແຂວງ ອັດຕະປຶ ຂຽນວ່າ: “ປີ 2020 ຜ່ານມາ, ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19, ບັນດາການເຄື່ອນໄຫວຂອງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ແລະ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຖືກຂາດຊ່ວງຂາດຕອນ ແລະ ມີບາງການເຄື່ອນໄຫວ ຕ້ອງເລື່ອນເວລາຈັດຕັ້ງໃນປີ 2021. ສະນັ້ນ, ໃນປີ 2021 ມີບັນດາການເຄື່ອນໄຫວພົ້ນເດັ່ນໃດແດ່ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງນ້ຳໃຈໄມຕີຈິດແບບພິເສດຂອງປະຊາຊົນ ແລະ ຊາວໜຸ່ມ 2 ປະເທດ.
(ພາບປະກອບ)
      ເພື່ອນ ປານົມສອນ ແລະ ເພື່ອນ ເພັດສະຫວັນ ທີ່ຮັກແພງ! ປີ 2021 ແມ່ນປີທີ 4 ຜັນຂະຫຍາຍຂໍ້ຕົກລົງຮ່ວມມືໄລຍະ 2017 – 2022 ຂອງຄະນະຊາວໜຸ່ມ 2 ປະເທດ ຫວຽດນາມ - ລາວ. ອາດເວົ້າໄດ້ວ່າ ຊຸມປີຜ່ານມາ ບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ໄວໜຸ່ມ 2 ປະເທດບັນລຸໄດ້ບັນດາໝາກຜົນຕັ້ງໜ້າ, ເຂົ້າສູ່ຕົວຈິງ.
            ຄືດັ່ງພວກຂ້າພະເຈົ້າໄດ້ຮັບຮູ້, ປີ 2020 ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19. ສູນກາງຄະນະຊາວໜຸ່ມ 2 ປະເທດ ໄດ້ເຫັນດີເປັນເອກະພາບປັບປຸງການເຄື່ອນໄຫວຮ່ວມມື 2 ຝ່າຍໃນປີ 2020 ຈະດຳເນີນໃນປີ 2021 ເພື່ອໃຫ້ເໝາະສົມກັບສະພາບໂຄວິດ-19. ຕາມການຄາດຄະເນແລ້ວ, ປີ 2021 ຈະດຳເນີນບັນດາການເຄື່ອນໄຫວພົບປະແລກປ່ຽນເຍົາວະຊົນ ຫວຽດນາມ - ລາວ ຢູ່ ຫວຽດນາມ; ຈັດຕັ້ງການໄປຢ້ຽມຢາມ ຫວຽດນາມ ໃຫ້ 2 ຄອບຄົວລາວ ແລະ ງານພົບປະມິດຕະພາບຊາວໜຸ່ມ ລາວ - ຫວຽດນາມ ຢູ່ ລາວ; ຈັດຕັ້ງຊຸດຝຶກອົບຮົມກ່ຽວກັບວຽກງານຊາວໜຸ່ມໃຫ້ພະນັກງານຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຢູ່ ຫວຽດນາມ ຕື່ມອີກ.
            ນອກນັ້ນ, 2 ຝ່າຍກໍ່ໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ ຈະເພີ່ມທະວີວຽກງານສຶກສາໂຄສະນາການພົວພັນແບບພິເສດ ຫວຽດນາມ - ລາວ ໂດຍຜ່ານສື່ສັງຄົມອອນລາຍ ແລະ ຖານຂໍ້ມູນເຕັກໂນໂລຊີດີຈີຕອນ.
            ການນຳສູນກາງຄະນະຊາວໜຸ່ມ 2 ປະເທດ ກໍ່ໄດ້ຢັ້ງຢືນເລື່ອງ 2 ຝ່າຍຍາມໃດກໍ່ຮັກສາການຕິດຕໍ່ພົວພັນ ແລະ ແບ່ງປັນຂໍ້ມູນກ່ຽວກັບວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ; ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ແຕ່ລະປະເທດ. ພ້ອມທັງ ຢັ້ງຢືນວ່າ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ ຫວຽດນາມ - ລາວ; ນຳການເຄື່ອນໄຫວພົວພັນຮ່ວມມືຊາວໜຸ່ມ 2 ປະເທດ ເຂົ້າສູ່ລວງເລິກ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງ.
            ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະ ການຕອບບາງຄຳຖາມ ຂອງຜູ້ຟັງຜູ້ອ່ານບາງທ່ານ ທີ່ຝາກມາຍັງລາຍການ ໃນອາທິດທີ່ຜ່ານມາຖ້າຫາກທ່ານຜູ້ຟັງຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມເຮືອນເລກທີ 45 ຖະໜົນ ບ່າຈ້ຽວຮ່າໂນ້ຍຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີເມວlaovov5@gmail.comທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top