• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີຄວາມເຂົ້າອົກເຂົ້າໃຈແລະການຮ່ວມມືລະຫວ່າງຫວຽດນາມ-ໂຮນລັງ

ວັນທີ 10 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ໂຮນລັງ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ຈັດພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໂຮນລັງ (09 ເມສາ 1973 – 09 ເມສາ 2018) ແລະ 5 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບ ແລະ ຮ່ວມມືຫວຽດນາມ - ໂຮນລັງ (29 ມັງກອນ 2013 – 29 ມັງກອນ 2018).


ທ່ານນາງເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ Nienke Trooster

(ພາບ: baoquocte.vn)

ກ່າວຄຳເຫັນທີ່ເຫດການ, ທ່ານສາດສະດາຈານ ດ່າວຊວນຮອັກ, ປະທານສະມາຄົມມິຕະພາບ ແລະ ຮ່ວມມືຫວຽດນາມ - ໂຮນລັງ ເນັ້ນໜັກວ່າ, 45 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດ ໄດ້ແລະ ພວມພັດທະນານັບມື້ນັບຂະຫຍັນຂັນເຄື່ອນ, ມີປະສິດທິຜົນໃນຫຼາຍຂົງເຂດທີ່ສຸດ ເປັນຕົ້ນແມ່ນເສດຖະກິດ, ການເມືອງ ເພື່ອຜົນປະໂຫຍດລວມຂອງທັງ 2 ປະເທດ. ເພື່ອປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ເປັນຢ່າງດີກວ່າ, ຄະນະການນຳສະມາຄົມ ແລະ ບັນດາສະມາຊິກປາດຖະໜາຢາກສືບຕໍ່ມີການສົມທົບກັນເປັນປະຈຳກວ່າກັບສະຖານທູດໂຮນລັງ ປະຈຳຫວຽດນາມ.

        ສ່ວນທ່ານນາງເອກອັກຄະລັດຖະທູດໂຮນລັງ ປະຈຳຫວຽດນາມ Nienke Trooster ຖືວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດເຊິ່ງໂຮນລັງ ສຸມໃສ່ສະຫງວນທຶນກູ້ຢືມບຸລິມະສິດ ແລະ ມາຮອດປະຈຸບັນໄດ້ມີບັນດາບາດກ້າວສຳເລັດໃນເສັ້ນທາງແຫ່ງການພັດທະນາ. ປະຈຸບັນ, ໂຮນລັງ ໄດ້ສຸມໃສ່ລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດ: ການຄ້າ, ພາກພື້ນເອກະຊົນ, ການຄຸ້ມຄອງນ້ຳ, ກະສິກຳ, ການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມ​ິງ​ຈິງ ແລະ ທ່ານ​ຮອງ​ປະ​ທານ​າ​ທິ​ບໍ​ດີ ຕວັກ​ກີ ​ຖະ​ແຫຼງ​ຂ່າ​ວ​ສື່ມວນ​ຊົນ

ຕອນບ່າຍວັນທີ 29 ພະຈິກ ຕາມເວລາທ້ອງຖິ່ນ, ຢູ່ຕວັກກີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງປະທານາທິບໍດີ ຕວັກກີ Cevdet Yilmaz ໄດ້ຖະແຫຼງຂ່າວສື່ມວນຊົນພາຍຫຼັງການເຈລະຈາ.

Top