ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ໄດ້ຊົມເຊີຍການພົວພັນຮ່ວມມືລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ຄະນະກຳມະການພົວພັນຊາວລາວອາໄສຢູ່ຕ່າງປະເທດ ດ້ວຍບັນດາເນື້ອໃນລະອຽດຄື: ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ, ແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນໃນການວຽກງານ, ໜູນຊ່ວຍການຝຶກອົບຮົມ. ທ່ານລັດຖະມົນຕີ ບຸ່ຍແທງເຊີນສະເໜີໃຫ້ 2 ຄະນະກຳມະການ, ຜ່ານການພົບປະເຈລະຈາ ຈະແລກປ່ຽນຢ່າງເລິກເຊິ່ງ, ຊຸກຍູ້ການຮ່ວມມືໃນທຸກດ້ານຂອງວຽກງານຊາວຕ່າງດ້າວ, ຜ່ານນັ້ນເພີ່ມທະວີການພົວພັນຮ່ວມມືຢ່າງມີປະສິດທິຜົນ ແລະ ແທດຈິງລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດລາວ ຕີ່ງສຸກສັນ ໄດ້ຕີລາຄາສູງສາຍພົວພັນຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ສະໜິດສະໜົມລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະມໍ່ໆມານີ້ ແລະ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມຫວຽດນາມຄັ້ງນີ້, ຄະນະກຳມະການພົວພັນຊາວລາວອາໄສຢູ່ຕ່າງປະເທດ ຫວັງວ່າ ຈະພ້ອມກັບຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຊຸກຍູ້ການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ, ພ້ອມທັງແລກປ່ຽນບົດຮຽນໃນການຄົ້ນຄວ້າ ສ້າງນະໂຍບາຍ ແລະ ກໍ່ສ້າງກົງຈັກສະເພາະກິດ.