• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຫວຽດນາມ ແລະ ອິນເດຍ

ຕອນບ່າຍວັນທີ 19/4, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາຕ່ຳ Om Birla ແລະ ຄະນະຜູ້ແທນລັດຖະສະພາ ອິນເດຍ.

ຕອນບ່າຍວັນທີ 19/4, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດຫວຽດນາມ  ເວືອງດີງເຫ້ວ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາຕ່ຳ Om Birla ແລະ ຄະນະຜູ້ແທນລັດຖະສະພາ ອິນເດຍ.

    

ທ່ານປະທານສະພາແຫ່ງຊາດຫວຽດນາມ  ເວືອງດີງເຫ້ວ ແລະ ທ່ານປະທານສະພາຕ່ຳອີນເດຍ Om Birla

ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຖືວ່າ: ການເພີ່ມທະວີການຮ່ວມມືລະຫວ່າງສອງອົງການນິຕິບັນຍັດຈະປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງໃນໄລຍະຈະມາເຖິງ. ປະກອບສ່ວນສຳຄັນເຂົ້າໃນການຮັບປະກັນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ຄວາມວັດທະນາຖາວອນຢູ່ພາກພື້ນອິນເດຍ-ປາຊີຟິກ ແລະ ໃນທົ່ວໂລກ; ພ້ອມກັນນັ້ນ, ທ່ານຍັງຢືນຢັນວ່າ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ແບ່ງປັນບົດຮຽນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເນັ້ນໜັກວ່າ, ຫວຽດນາມ ຖືອິນເດຍ ແມ່ນປະເທດມະຫາອຳນາດໃນທົ່ວໂລກ ແລະ ສະໜັບສະໜູນ ອິນເດຍ ມີບົດບາດໃຫຍ່ກວ່າໃນບັນດາອົງການຫຼາຍຝ່າຍ, ຮັກສາ ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຂອງໂລກຫຼາຍຂົ້ວ, ບົນພື້ນຖານກົດໝາຍສາກົນ;

    ກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍໄດ້ເຫັນດີເປັນເອກະສັນກັນກ່ຽວກັບຄວາມຈຳເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ ແລະ ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລປີ 1982. ກ່ຽວກັບສະພາບການ ຢູ່ ຢູແກຼນ, 2 ຝ່າຍຢືນຢັນຄວາມສຳຄັນຂອງບັນຫາເຄົາລົບກົດໝາຍສາກົນ, ປາດຖະໜາວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຈະຊຸກຍູ້ການສົນທະນາ ແລະ ເຈລະຈາເພື່ອຢຸດຕິການປະທະກັນ ແລະ ຟື້ນຟູສັນຕິພາບບົນພື້ນຖານເຄົາລົບຜົນປະໂຫຍດອັນເປັນທຳຂອງບັນດາຝ່າຍ ສອດຄ່ອງກັບກົດໝາຍສາກົນ , ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ, ແກ້ໄຂບັນຫາມະນຸດສະທຳ.

     ກ່ຽວກັບການຮ່ວມມືລັດຖະສະພາ, ປະທານທັງ 2 ທ່ານໄດ້ເຫັນດີເປັນເອກະສັນເພີ່ມທະວີການແລກປ່ຽນ ແລະ ການພົບປະລະຫວ່າງບັນດາຄະນະສະມາຊິກລັດຖະສະພາມິດຕະພາບ, ການຮ່ວມມືລະຫວ່າງບັນດາກຳມາທິການສະເພາະກິດ, ແບ່ງປັນປະສົບການໃນການສ້າງ ແລະ ຮັບຮອງເອົາກົດໝາຍ ແລະ ວຽກງານກວດກາ ແລະ ຕິດຕາມກວດກາການເລືອກຕັ້ງ, ພ້ອມກັນນັ້ນກໍ່ຕັ້ງໜ້າປຶກສາຫາລື ແລະ. ສົມທົບກັນທາງດ້ານຫຼັກໝັ້ນ ຢູ່ໃນເວທີປາໄສສາກົນ ແລະພາກພື້ນ; ເພີ່ມທະວີການຮ່ວມມືສາກົນເພື່ອຮັບມືກັບໂລກລະບາດ Covid-19, ຟື້ນຟູເສດຖະກິດ, ພັດທະນາສີຂຽວ, ຍືນຍົງ, ແລະ ນະວັດຕະກຳ.

(ແຫຼ່ງຄັດຈາກ VOV)

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ເພີ່ມທະວີການຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ລາວ

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເພີ່ມ​ທະ​ວີ​​ການປະ​ສານ​ສົມ​ທົບ​ລ​ະ​ຫວ່າງ​ບັນ​ດາ​ອົງ​ການ​ເສ​ນາ​ທິ​ການ​​ຍຸດ​ທະ​ສາດ ຂອງ ສອງ​ພັກ, ຍູ້​ແຮງ​ການ​ແລກ​ປ່ຽນ​ທິດ​ສະ​ດີ, ແບ່​ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ກ່ຽວ​ກັບ​ການ​ກໍ່​ສ້າງ​ພັກ.

Top