• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ລາວ ກັບນະຄອນ ໂຮ່ຈີມິນ

ນະຄອນ ໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາ
ທີ່ການພົບປະເຈລະຈາ (ພາບ: TTXVN)

ວັນທີ 12 ກັນຍາ, ຢູ່ຫໍປະຊຸມເອກະພາບ, ນະຄອນ ໂຮ່ຈີມິນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ.

ຢູ່ທີ່ນີ້, ທ່ານ ຫງວຽນວັນເນັນ ຢືນຢັນວ່າ, ນະຄອນ ໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ເວົ້າລວມ ແລະ ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງ ລາວ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ພິເສດແມ່ນໃນບັນດາຂົງເຂດການຄ້າ, ທ່ອງທ່ຽວ, ການລົງທຶນ, ກະສິກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການພົບປະແລກປ່ຽນວັດທະນະທຳ. ນະຄອນ ໂຮ່ຈີມີນ ປາດຖະໜາວ່າ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຈະສືບຕໍ່ເອົາໃຈໃສ່, ຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ລາວ ເພີ່ມທະວີການຮ່ວມມືກັບນະຄອນ ໂຮ່ຈີມິນ ໃນໄລຍະຈະມາເຖິງ.

ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ປາດຖະໜາວ່າ, ນະຄອນ ໂຮ່ຈີມິນ ຈະສືບຕໍ່ເພີ່ມທະວີ, ຊຸກຍູ້ການຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ລາວ, ສະຫງວນການໜູນຊ່ວຍ, ຊ່ວຍເຫຼືອບັນດາແຂວງຂອງ ລາວ. ພ້ອມທັງ, ເພີ່ມທະວີການຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ລາວ ສົມທົບກັນຢ່າງແໜ້ນແຟ້ນກັບນະຄອນ ໂຮ່ຈີມິນ ປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນກວ່າ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດຢ່າງແຮງ.

ແລະກໍ່ໃນວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ພັນລະຍາທ່ານນາງ ນາລີ ສີສຸລິດ ກໍ່ໄດ້ເຂົ້າຮ່ວມພິທີປຸກລະດົມການອຸປະຖຳພໍ່ແມ່ປະຊາຊົນຜູ້ຖືກເສຍຫາຍຈາກພາຍຸ  Yagi.

(ແຫຼ່ງຄັດຈາກ VOV)

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງແມ່ນເສົາຄ້ຳສຳຄັນໃນການພົວພັນ ຫວຽດນາມ - ອິນໂດເນເຊຍ

ທ່ານລັດຖະມົນຕີ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ແລະ ອິນໂດເນເຊຍ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເດືອນ ມີນາ 2025 ແມ່ນຂີດໝາຍປະຫວັດສາດ, ເປິດໜ້າໃໝ່ໃນການພົວພັນລະຫວ່າງ 2 ປະເທດ.

Top