• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືລະຫວ່າງກຳລັງຕຳຫຼວດຫວຽດນາມ ແລະ ລາວ

ພົນ​ຕີ ສົມ​ແກ​້ວ ສີ​ລາ​ວົງ, ເລ​ຂາ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​
ຄວາມ​ສະ​ຫງົບ​ລາວ ແລະ ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ​້າຍກວາງ 
 ​      ວັນ​ທີ 16/3, ທີ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ​້າຍກວາງ ໄດ້​ຕ້ອນ​ຮັບ​ທ່ານ ພົນ​ຕີ ສົມ​ແກ​້ວ ສີ​ລາ​ວົງ, ເລ​ຂາ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​​ຄວາມ​ສະ​ຫງົບ​ລາວ, ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທ​າງ​ການ. ເມື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ​ປາດ​ຖະ​ໜາ​ຢາ​ກ​ໃຫ້ ກຳ​ລັງ​ຕຳຫຼ​ວດ 2 ປະ​ເທດ​ສ​ືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ແທດ​ຈິງ​ກ່​ວາ​ອີກ​ເພື່ອ​ແນ​ໃສ່​​ຮັກ​ສາ​ຄວາມ​ໝັ້​ນ​ຄົງ​​ແຫ່ງ​ຊາດຢ່າງ​ໜັກ​ແໜ້ນ, ​ຮັກ​ສາຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອ​ດ​ໄພ​ທາງ​ສັງ​ຄົມ​ຂອງ ຫວຽດ​ນາມ ແລະ ລາວ​ໃນ​ທຸກ​ສະ​ພາບ​ການ. ພິ​ເສດ, ປີ 2017, ໄດ້​ດຳ​ເນີນຫຼາຍ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ​ເຊິ່ງ​ຈະ​ຈັດ​ຕັ້ງ​ຢູ່​ແຕ່​ລະ​ປະ​ເທດ​ຄື: ​ສະ​ເຫຼີ​ມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ລາວ (5/9/1962 – 5/9/2017), 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ (18/7/1977 – 18/7/2017)… ດັ່ງ​ນັ້ນ, ກຳ​ລັງ​ຕຳຫຼວດ​ຕ້ອງ​ເພີ່ມ​ທະ​ວີ​​ການສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ການ​ນຳ​ຂັ້ນ​ສູງ 2 ພັກ, 2 ລັດ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປ​ອດ​ໄພ​ຢ່າງ​ສູ​ງ​ສຸດ​ໃຫ້​ບັນ​ດາ​ເຫດ​ການ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ ໃນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ມີ​ການ​ຜັນ​ແປ​ ຢ່າງ​​ໄວ​ວາ, ພັກ, ລັດ ແລະ ກຳ​ລັງ​ຕຳຫຼວດ​ປະ​ຊາ​ຊົນ ຫວຽດ​ນາມ ຕ້ອງ​ກຳ​ນົດ​ຄວ​າມ​ສາ​ມັກ​ຄີ, ການ​ຮ່ວມ​ມື​ຮອບ​ດ້ານ​ກັບ ລາວ ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ສຸດ​ເພື່ອ​ຮັບ​ປະ​ກັນ​ການ​ນຳ​ພາ​ຂອງ​ທັງ 2 ພັກ, 2 ລັດ​ປະ​ຕິ​ບັດ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປ​ງ​ໃໝ່ຢ່າງ​ມີ​ໄຊ, ເພື່ອ​​ໃຫ້ປະ​ຊາ​ຊົນ 2 ປະ​ເທດ ຫວຽດ​ນາມ ແລະ ລາວ ມີຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ, ມີ​ຄວາມຜາ​ສຸກ​​. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ກະ​ຊວງ​ປ້ອງກ​ັນ​ຄວາມ​ສະ​ຫງົບ​ລາວ ຮັກ​ສາ​ການ​ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ, ບົ​ດ​ຮຽນ​​ການ​ປະ​ຕິ​ບັດ​ງານ, ແກ້​ໄຂ​ບັນ​ດາ​ບັ​ນ​ຫາ​ເກີດ​ຂຶ້ນ​ກ່ຽ​ວ​ຂ​້ອງ​ເຖິງ​ຄວາມ​​ສ​ະ​ຫງົບ, ຄວາ​ມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ​ຢູ່​ແຕ່​ລະ​ປະ​ເທດ​​ຢ່າງ​ທັນ​ການ. ພິ​ເສດ, 2 ຝ່າຍ​ຕ້ອງ​ສົມ​ທົບ​ກັນ​ຕໍ່​ສູ​ຸ້​ຢ່າງ​ມີ​ປະ​ສິດ​ທິ​ຜົ​ນ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອາດ​ຊະ​ຍາ​ກ​ຳ​ຄ້າ​ຂາຍ, ຂົນ​ສົ່ງ​ຢາ​ເສບ​ຕິດ​ຜ່ານ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ, ອ​າດ​ຊະ​ຍາ​ກຳ​ເສດ​ຖະ​ກິດ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top