• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຢ່າງແທ້ຈິງລະຫວ່າງ ຫວຽດນາມ ແລະ ອັງໂກລາ

ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ປາດຖະໜາວ່າ ອັງໂກລາ ຈະກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງ ຫວຽດນາມ ແລະ ສະຫະພາບ ອາຟະລິກາ
  (ທີ່ການຕ້ອນຮັບ)  

ຕອນ​ຄ່ຳ​ວັນ​ທີ 03 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທີ່ ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ​ທ່ານ Téte António, ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ອັງ​ໂກ​ລາ ເນື່ອ​ງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ທ່ານ ເລ​ມິ​ນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ອັງ​ໂກ​ລາ ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫ​ະ​ພາບ ອາ​ຟະ​ລິ​ກາ ແລະ ສະ​ແດງ​ຄວາມ​ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ອັງ​ໂກ​ລາ ກັບ ອາ​ຊຽນ. ທ່ານ​ສະ​ເໜີ​ໃຫ້​ລັດ​ຖະ​ບານ ອັງ​ໂກ​ລາ ສືບ​ຕໍ່​ເອົາ​ໃຈ​ໃສ່, ໜູນ​ຊ່ວຍ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ອັງ​ໂກ​ລາ; 2 ຝ່າຍ​ສົມ​ທົບ​ກັນ​ສຳ​ເລັດ​ການ​ເຈ​ລະ​ຈາ, ລົງ​ນາມ​ເອ​ກະ​ສາ​ຮ​່ວມ​ມື​ສຳ​ຄັນ​ສະ​ບັບ​ຕ່າງໆ​ໃນ​ບັນ​ດາ​ຂົງ​ເຂດ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ, ກະ​ສິ​ກຳ…

ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Téte António, ສະ​ແດງ​ຄວາມ​ປາດ​ຖ​ໜາ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮ່ວມ​ເດີນ​ທາງ​ພ້ອມ​ກັບ ອັງ​ໂກ​ລາ ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ໃນ​ບັນ​ດາ​ຂົງ​ເຂດ​ກະ​ສິ​ກຳ, ​ການຂຸດ​ຄົ້ນ ແລະ ປຸງ​ແຕ່ງແຮ່​ທາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ກຸ່ມ​ບໍ​ລິ​ສັດ BRG ນຳ​ຜະ​ລິດ​ຕະ​ພັນ OCOP, ເຄື່ອງ​ໝາຍ​ການ​ຄ້າ ຫວຽດນາມ ບືນ​ຕົວ​ຂຶ້ນ​ສູ່​ລະ​ດັບໂລກ

ດ້ວຍ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ຈິດ​ໃຈ​ທົນ​ທານ, ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ, ພ້ອມ​ກັບ​ຈິດ​ໃຈ​ເລີ່ມ​ຕົ້ນທຸ​ລະ​ກິດ Startup ແລະ ຄວາມ​ມຸ່ງ​ຫວັງອຸ​ທິດ​ສ່ວນ​ຢ່າງ​ແຮງກ້າ, ນັກ​ທຸ​ລະ​ກິດ ຫງວຽ​ນ​ທິ​ງາ ພ້ອມ​ກັບ​ຖັນ​ແຖວ​ໄດ້​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ ການ​ບໍ​ລິ​ການ ແລະ ການ​ເງິນ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່, ມີ​ຄວາມ​ສາ​ມາດ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ມີກຳ​ລັງ​ແກ້ງ​ແຍ້ງ​ສູງ.

Top