• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງ ຫວຽດນາມ ກັບ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ

      ວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ສົມທົບກັບ ທະນາຄານຮ່ວມມືເສດຖະກິດສາກົນ (IBEC), ຈັດຕັ້ງເວທີປາໄສດໍາເນີນທຸລະກິດ ດ້ວຍຫົວຂໍ້ ເພີ່ມທະວີການຮ່ວມມືດ້ານການຄ້າກັບ ຫວຽດນາມ ກັບ ພາກພື້ນ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ”. 

ທ່ານນາງ ຫງວຽນທິຮົ່ງ ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມ (ພາບ: nhandan.com.vn)
           ຢູ່ເວທີປາໄສ, ບັນດາຜູ້ແທນໄດ້ຍົກອອກຄໍາຕີລາຄາ, ວິເຄາະວິໄຈກ່ຽວກັບກາລະໂອກາດ ແລະ ກໍາລັງຄວາມສາມາດພັດທະນາການຮ່ວມມືດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ໃນພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ.
        ເຫດການດັ່ງກ່າວ ໄດ້ເປີດກາລະໂອກາດຫຼາຍຢ່າງໃຫ້ IBEC ເສີມຂະຫຍາຍບົດບາດ ຄືດັ່ງເປີດປະຕູທີ່ສໍາຄັນ ເພື່ອແນໃສ່ເຊື່ອມຕໍ່ ແລະ ຊຸກຍູ້ການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ ແລະ ບັນດາປະເທດສະມາຊິກຂອງ IBEC ເວົ້າສະເພາະ ແລະ ພາກພື້ນເອີຣົບກາງ - ເອີຣົບ ຕາເວັນອອກ ແລະ ອາຊີ - ເອີຣົບ ເວົ້າລວມ, ບົນພື້ນຖານເສີມຂະຫຍາຍ ແລະຍາດແຍ່ງບັນດາທ່າແຮງຂອງ ສັນຍາການຄ້າເສລີສະບັບຕ່າງໆທີ່ໄດ້ລົງນາມນັ້ນໃຫ້ດີທີ່ສຸດ.
        ໃນຂອບເຂດເວທີປາໄສ, ໄດ້ດໍາເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືດໍາເນີນທຸລະກິດ ລະຫວ່າງ IBEC ກັບບັນດາຄູ່່ຮ່ວມມືຂອງຫວຽດນາມ. ທະນາຄານ IBEC ມີສໍານັກງານຕັ້ງຢູ່ ມົດສະກູ, ປະເທດລັດເຊຍ ແມ່ນອົງການການເງິນສາກົນ ເຊິ່ງລວມມີ 8 ປະເທດຄື: ບຸນກາຣີ, ຫວຽດນາມ, ມົງໂກນ, ໂປໂລຍ, ສະຫະພັນລັດເຊຍ, ໂຣມາເນຍ, ສະໂລວາກີ ແລະ ສ.ເຊັກໂກ.
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top