• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມືຄົ້ນຄວ້າທິດສະດີລະຫວ່າງ ຫວຽດນາມ - ລາວ

2 ຝ່າຍສະແດງຄວາມປາດຖະໜາວ່າ 2 ສະພາທິດສະດີ, 2 ສະຖາບັນ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ, ໂດຍສະເພາະແມ່ນ ບັນຫາໃໝ່ທີ່ກຳລັງວາງອອກ
  ທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ລາວ ຕ້ອນຮັບທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ (ພາບ: TTXVN)  

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ, ວັນທີ 06 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດ ລາວ, ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກກອມມູນິດ ຫວຽດນາມ, ໄດ້ພົບປະກັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ລາວ ແລະ ເຮັດວຽກກັບທ່ານ ຄຳພັນ ເຜີຍຍະວົງ, ຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ.

ທີ່ບັນດາການເຮັດວຽກ, 2 ຝ່າຍຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ສະພາທິດສະດີສູນກາງຂອງ 2 ພັກ, ກໍຄືຕີລາຄາສູງໝາກຜົນການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ລາວ ໃນໄລຍະຜ່ານມາ; ເນັ້ນໜັກເຖິງຄວາມສຳຄັນຂອງວຽກງານຄົ້ນຄວ້າທິດສະດີ, ພຶດຕິກຳຕົວຈິງ ແລະ ບຳລຸງສ້າງພະນັກງານ; ສະແດງຄວາມປາດຖະໜາວ່າ 2 ສະພາທິດສະດີ, 2 ສະຖາບັນ ຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ສະຫຼຸບພຶດຕິກຳຕົວຈິງ, ໂດຍສະເພາະແມ່ນ ບັນຫາໃໝ່ທີ່ກຳລັງວາງອອກ; ຍົກສູງປະສິດທິຜົນໃນວຽກງານການສຶກສາ, ບຳລຸງສ້າງພະນັກງານຊ່ວຍ ລາວ.

ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຊວັນທັງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານສະຖານທູດ ແລະ ອົງການຜູ້ຕາງໜ້າ ຫວຽດນາມ ປະຈຳ ລາວ; ໄປຢ້ຽມຢາມທະນາຄານອຸດສາຫະກຳການຄ້າ ຫວຽດນາມ ຈຳກັດ ຢູ່ ລາວ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top