• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການລົງທຶນເຂົ້າໃນຂົງເຂດຖະແຫຼງຂ່າວ ແລະ ສື່ສານ

      ກອງປະຊຸມສົ່ງເສີມການລົງທຶນສາກົນເຂົ້າຂົງເຂດຖະແຫຼງຂ່າວ ແລະ ສື່ສານຫວຽດນາມ (Vietnam ICT Investment Forum – VIF) 2017 ແມ່ນເຫດການປະຈຳປີຂຶ້ນກັບໂຄງການສົ່ງເສີມການລົງທຶນແຫ່ງຊາດ.

(ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ກ່າວຄຳເຫັນທີ່ພີທີ)
      VIF 2017 ດ້ວຍຫົວຂໍ້ວ່າ “ດຶງດູດການລົງທຶນໃນວິວັດທະນາການຫັນປ່ຽນເສດຖະກິດດີຈີຕອນ” ເຊິ່ງຖືກຈັດຕັ້ງໃນວັນທີ 18 ຕຸລາ ຢູ່ຮ່າໂນ້ຍ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ເນັ້ນໜັກວ່າ.
        “ເຕັກໂນໂລຊີຂໍ້ມູນຂ່າວສານ ນັບມື້ນັບຢືນຢັນບົດບາດມີລັກສະນະພື້ນຖານໃນທຸກຂະແໜງ, ຂົງເຂດ ແລະ ໃນຊີວິດສັງຄົມ. ຢູ່ຫວຽດນາມ ອາດເວົ້າໄດ້ວ່າຂະແໜງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ໄດ້ລົງເລິກເຂົ້າສູ່ຊີວິດຕົວຈິງ. ລັດຖະບານ ໄດ້ຊີ້ນຳບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງຖະແຫຼງຂ່າວ - ສື່ສານ ກວດກາຄືນເອກະສານກົດໝາຍທັງໝົດ ເພື່ອເຮັດແນວໃດສ້າງສະພາບແວດລ້ອມທີ່ສະດວກທີ່ສຸດໃຫ້ບັນດາວິສາຫະກິດລົງທຶນເຂົ້າຂົງເຂດເຕັກໂນໂລຊີຂໍ້ມູນຂ່າວສານ.”
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top