• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນ ກຳປູເຈຍ

ສອງພັກ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືກ້າວເຂົ້າສູ່ລວງເລິກ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະຫວ່າງບັນດາຄະນະຂອງສູນກາງ ພັກຂອງ 2 ປະເທດ.

ສອງພັກ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືກ້າວເຂົ້າສູ່ລວງເລິກ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະຫວ່າງບັນດາຄະນະຂອງສູນກາງ ພັກຂອງ 2 ປະເທດ.

    

ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ

ວັນທີ 23 ສິງຫາ, ໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ, ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງຮອງປະທານພັກປະຊາຊົນ ກຳປູເຈຍ (CPP), ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ CPP, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ Men Sam An.

        ທ່ານ ເລຮ່ວາຍຈູງ ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ຈົດຈຳການຊ່ວຍເຫຼືອຂອງພັກ CPP, ລັດຖະບານ ແລະ ປະຊາຊົນ ກຳປູເຈຍ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະລາດໃນເມື່ອກ່ອນກໍ່ຄືໃນພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ. ທ່ານ ເລຮ່ວາຍຈູງ ຫວັງວ່າ: ສອງພັກ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຮ່ວມມືກ້າວເຂົ້າສູ່ລວງເລິກ, ຜັນຂະຫຍາຍບັນດາເນື້ອໃນຮ່ວມມືລະຫວ່າງບັນດາຄະນະຂອງສູນກາງ ພັກຂອງ 2 ປະເທດ, ສະມາຄົມມິດຕະພາບຂອງສອງປະເທດ ແລະ ບັນດາການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ.

        ແລະກໍ່ໃນວັນ 23 ສິງຫາ, ທີ່ການເຮັດວຽກກັບບັນດາການນຳຂອງຄະນະສູນກາງຂອງພັກ CPP, ທ່ານຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດ ຫວຽດນາມ ເລຮ່ວາຍຈູງ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ບັນດາອົງການສູນກາງຂອງສອງພັກ ຄວນສືບຕໍ່ເປີດກ້ວາງການຮ່ວມມືກ່ຽວກັບບັນດາຂົງເຂດ, ເໝາະສົມກັບທີ່ຕັ້ງບົດບາດ, ໜ້າທີ່ຂອງແຕ່ລະຝ່າຍ, ໃນນັ້ນມີການເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນກ່ຽວກັບວຽກງານຈັດຕັ້ງພະນັກງານ, ຕິດຕາມກວດກາ, ໂຄສະນາສຶກສາ, ຂົນຂວາຍປະຊາຊົນ, ການພົວພັນຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top