• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງ ສອງພັກກອມມູນິດ ຫວຽດນາມ - ສະຫະພັນ ລັດເຊຍ

      ໃນຂອບເຂດການຢ້ຽມຢາມລັດເຊຍຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດສາກົນ Saint Petersburg. ວັນທີ 10 ມິຖຸນາ, ທ່ານ ຫງວຽນວັນບີ່ງ, ເລຂາສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ, ໄດ້ມີການເຮັດວຽກກັບຄະນະຜູ້ແທນພັກກອມມູນິດ ສະຫະພັນລັດເຊຍ.

ທ່ານ ຫງວຽນວັນບີ່ງ, ເລຂາສູນກາງພັກກອມມູນິດຫວຽດນາມ ແລະ ທ່ານ  Gennady Zyuganov
ປະທານພັກກອມມູນິດ ລັດເຊຍ (ພາບ:nhandan.com.vn)
    ທີ່ການເຮັດວຽກ, ທ່ານ ຫງວຽນວັນບີ່ງ, ເລຂາສູນກາງພັກໄດ້ສະແດງຄວາມຍີນດີລັດເຊຍໃນການປະຕິບັດບັນດາເວທີປາໄສເສດຖະກິດ Saint Petersburgໃຫ້ປະສົບຜົນສຳເລັດ; ພ້ອມທັງຢັ້ງຢືນວ່າ ຫວຽດນາມຍາມໃດກໍ່ພ້ອມແລ້ວເຂົ້າຮ່ວມສອງ ເວທີປາໄສອັນໃຫຍ່ຫຼວງຂອງລັດເຊຍ, ນັ້ນແມ່ນເວທີປາໄສເສດຖະກິດ Saint Petersburg ແລະ ເວທີປາໄສເສດຖະກິດຝ່າຍຕາເວັນອອກ. ທ່ານຫງວຽນວັນບີ່ງ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນລະຫວ່າງສອງປະເທດກໍ່ຄືລະຫວ່າງສອງພັກກອມມູນິດນັບມື້ນັບໄດ້ຮັບການພັດທະນາໃຫ້ຫຼາຍກ່ວາອີກ, ທ່ານໄດ້ອວຍພອນພັກກອມມູນິດ ສະຫະພັນ ລັດເຊຍນັບມື້ນັບມີທີ່ຕັ້ງສູງກ່ວາໃນຊີວິດດ້ານການເມືອງຂອງລັດເຊຍ.
        ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນວັນບີ່ງ ໄດ້ມີການພົບປະກັບຕາງໜ້າສະມາຄົມວິສາຫະກິດ ຫວຽດນາມ ແລະ ລົງຢ້ຽມຢາມສູນ Incentra ຮ່າໂນ້ຍ - ມົດສະກູ, ເຮັດວຽກກັບບໍລິສັດທ່າກຳປັ່ນ AZOV, ລົງຢ້ຽມຢາມ ແລະ ເຮັດວຽກຢູ່ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ.
 (ແຫຼ່ງຄັດຈາກ VOV)

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກຸຍ​ບາ​ຢ່າງ​ບໍ່​ຢຸດ​ຢັ້ງ

ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hermandez ໄດ້ມາຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 - 28 ກັນຍາ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນທ່ານປະທານ Fidel Castro ມາຢ້ຽມຢາມເຂດປົດປ່ອຍ ພາກໃຕ້ ຫວຽດນາມ (9/1973-9/2023). ນີ້ແມ່ນໂອກາດເພື່ອໃຫ້ປະຊາຊົນສອງປະເທດ, ພິເສດແມ່ນໄວໜຸ່ມ, ເພີ່ມທະວີຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງການພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ກຸຍບາ ໂດຍທ່ານປະທານ ໂຮ່ຈີມິນ ແລະ ທ່ານປະທານ Fidel Castro ໄດ້ເພີ່ມພູນຄູນສ້າງຂຶ້ນ. ພ້ອມທັງ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການສືບທອດ ແລະ ເສີມຂະຫຍາຍກຳລັງແຮງມູນເຊື້ອອັນດີງາມ, ປະກອບສ່ວນເຂົ້າໃນການຮັດແໜ້ນການພົວພັນສາມັກຄີລະຫວ່າງ ຫວຽດນາມ - ກຸຍບາ.

Top