• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ມຽນມາ ກ່ວາອີກ

ທີ່ການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ມຽນມາ Myint Swe ໃນວັນທີ 17 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີ່ງເຫ້ວ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດ ແລະ ປາດຖະໜາຢາກພັດທະນາການພົວພັນກັບ ມຽນມາ ໃຫ້ເປັນປົກກະຕິ ແລະ ຍາວນານກັບ ມຽນມາ ຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງ ອາຊຽນ ແລະ ພາກພື້ນ.
ເມື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ, ທັງ 2 ຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງໃນໄລຍະຈະມາເຖິງ. 2 ຝ່າຍປາດຖະໜາຢາກຊອກຫາບັນດາມາດຕະການທີ່ມີປະສິດທິຜົນ ແນໃສ່ນຳວົງເງິນການຄ້າ 2 ສົ້ນເຕີບໂຕຢ່າງແຮງກ່ວາອີກ, ບັນລຸໄດ້ຄາດໝາຍ 1 ຕື້ USD ໂດຍໄວ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ ສະເໜີລັດຖະບານ ມຽນມາ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ທີ່ລົງທຶນ ແລະ ດຳເນີນທຸລະກິດຢູ່ ມຽນມາ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີ່ງເຫ້ວ  ກໍ່ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຮຽກຮ້ອງບັນດາວິສະກິດ ຫວຽດນາມ ເຄົາລົບກົດໝາຍ ມຽນມາ ຢ່າງເດັດຂາດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນກິດຈະການພັດທະນາເສດຖະກິດ - ສັງຄົມຂອງ ມຽນມາ.

 ເພີ່ມທະວີການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ມຽນມາ ກ່ວາອີກ (ພາບ: TTXVN)

 2 ຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ແລະ ວັດທະນາຖາວອນລວມ, ສົມທົບກັນແກ້ໄຂບັນດາສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງໃນພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ. 2 ຝ່າຍຢັ້ງຢືນວ່າ ຈະສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ; ໃຫ້ຄຳໝັ້ນສັນຍາສະໜັບສະໜູນການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ມານະພະຍາຍາມເພື່ອບັນລຸໄດ້ COC ທີ່ມີຜົນສັກສິດ ແລະ ແທດຈິງໂດຍໄວ. 2 ຝ່າຍກໍ່ຢືນຢັນວ່າ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນທີ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ເປັນຕົ້ນແມ່ນໃນຂອບເຂດ ສະຫະປະຊາຊາດ, ອາຊຽນ…
(ແຫຼ່ງຄັດຈາກ VOV)

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ P4G ໃນປີ 2025

ກອງປະຊຸມໂດຍລັດຖະບານ Colombia ຈັດຕັ້ງຂຶ້ນ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 500 ທ່ານມາຈາກ 12 ປະເທດ ແລະ ບັນດາອົງການຄູ່ຮ່ວມມືຂອງ P4G.

Top