• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ໄທ

      ໂດຍໄດ້ຮັບຄຳເຊີນຂອງທ່ານ ຊວນຫຼີກໄພ ປະທານສະພາຜູ້ແທນລາຊະດອນໄທ, ປະທານ ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 40 (AIPA 40), 

ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງີນ
ພາບ:vietnam+
      ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງີນ ນຳຫນ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປເຂົ້າຮ່ວມກອງປະຊຸມ AIPA 40 ຢູ່ ບາງກອກ ປະເທດໄທ ແລະ ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ແຕ່ວັນທີ 25 – 30 ສິງຫາ ປີ 2019.
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມເຂົ້າຮ່ວມ AIPA 40 ເພື່ອແນໃສ່ສືບຕໍ່ຢັ້ງຢືນ ການເຂົ້າຮ່ວມຢ່າງຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບ ຂອງສະພາແຫ່ງຊາດ ຫວຽດນາມ ສຳລັບບັນດາການເຄື່ອນໄຫວຂອງ AIPA, ຍົກສູງປະສິດທິຜົນການເຄື່ອນໄຫວການຕ່າງປະເທດຂອງຫວຽດນາມ. ຈຸດສຸມການເຄື່ອນໄຫວຄັ້ງນີ້ ແມ່ນເລື່ອງທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ສືບຕໍ່ຮັບດຳລົງຕຳແຫນ່ງເປັນປະທານ AIPA ຈາກທ່ານປະທານສະພາຜູ້ແທນລາຊະດອນໄທ ຕາມຫລັກການຜັດປ່ຽນກັນ, ຈັດຕັ້ງ ກອງປະຊຸມສະມັດຊາໃຫຍ່ AIPA 41 ໃນປີ 2020 ແລະ ບັນດາການເຄື່ອນໄຫວອື່ນໆໃນຂອບເຂດປີ ປະທານ AIPA.
ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA 40 ແລະ ຢ້ຽມຢາມໄທຢ່າງເປັນທາງການ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນບົດບາດຂອງສະພາແຫ່ງຊາດຫວຽດນາມໃນເວທີປາໄສ AIPA, ປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດຂອງພັກ ແລະ ລັດ, ຕັ້ງຫນ້າ, ເປັນເຈົ້າການເຊື່ອມໂຍງຢ່າງກວ້າງເລິກເຂົ້າກັບພາກພື້ນ ແລະ ສາກົນ, ປັບປຸງ, ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທຍິ່ງໆຂຶ້ນ.
 (ແຫຼ່ງຄັດຈາກ VOV)
 
 
 
 

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

ຫວຽດນາມ ມີ 2 ໝູ່ບ້ານອາຊີບທຳອິດຂຶ້ນກັບເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ

2 ໝູ່ບ້ານດັ່ງກ່າວເປັນສະມາຊິກຂອງເຄືອຂ່າຍບັນດານະຄອນຫັດຖະກຳປະດິດຄິດສ້າງໂລກ ເປັນການພິສູດໃຫ້ເຫັນຄວາມມານະພະຍາຍາມໃນການອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ

Top