• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ພັດທະນາສາຍພົວພັນມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ

      ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78.
            ຕອນເຊົ້າວັນທີ 03 ເມສາ, ສະມາຄົມມິດຕະພາບລະຫວ່າງຫວຽດນາມ - ລາວ ນະຄອນຮ່າໂນ້ຍ ແລະ ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານຂອງ ສະມາຄົມໃນປີ 2018 ແລະ ໄລໄຍ 5 ປີ ຈັດຕັ້ງປະຕິບັດໂຄງການ “ພານັກສຶກສາລາວລົງຕົວຈິງຢູ່ເຮືອນຂອງປະຊາຊົນຫວຽດນາມ”.

ບັນດາຜູ້ແທນຖ່າຍຮູບກັບນັກສຶກສາລາວ ຢູ່ໂຮງຮຽນມິດຕະພາບ T78 (ພາບ: vov)
      ຕາມບົດລາຍງານທີ່ໄດ້ສະເໜີຢູ່ກອງປະຊຸມ, ປີ 2018, ການນໍາຂັ້ນສູງ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດ ໄດ້ຈັດຕັ້ງບັນດາການຢ້ຽມຢາມເຊິ່ງກັນແລະກັນ ແລະ ບັນດາການເຄື່ອນໄຫວສະເຫຼີມສະເຫຼີມດ້ວຍຫຼາຍຮູບຫຼາຍແບບ ແລະ ແທດຈິງເປັນປະຈໍາ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.
        ກ່ຽວກັບໝາກຜົນຂອງໂຄງການ “ພານັກສຶກສາລາວລົງຕົວຈິງຢູ່ເຮືອນຂອງປະຊາຊົນຫວຽດນາມ” ໃນຕະຫຼອດໄລຍະ 5 ປີ ຜ່່ານມາ, ທ່ານນາງ ເຈິ່ນທິເຟືອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ:
        “ໂດຍເລີ່ມແຕ່ສົກຮຽນ 2014 – 2015 ມາຮອດປັດຈຸບັນ,ໂຮງຮຽນມິດຕະພາບ T78 ໄດ້ຈັດຕັ້ງຜັນຂະຫຍາຍໂຄງການດັ່ງກ່າວໃນຕະຫຼອດໄລຍະ 5 ປີຢ່າງລຽນຕິດ, ມີນັກສຶກສາເກືອບ 500 ຄົນເຂົ້າຮ່ວມລາຍການດັ່ງກ່າວ ແລະ ໄດ້ຮັບການສະໜັບສະໜູນຈາກອໍານາດການປົກຄອງທ້ອງຖິ່ນ ແລະ  ປະຊາຊົນທ້ອງຖິ່ນ, ໝາກຜົນຂອງໂຄງການທົດລອງດັ່ງກ່າວໄດ້ປະສົບຜົນສໍາເລັດຢ່າງຈົບງາມ, ແມ່ນພື້ນຖານເພື່ອໃຫ້ໂຮງຮຽນສືບຕໍ່ຜັນຂະຫຍາຍ ແລະ ເປີດກວ້າງໃນຊຸມປີຕໍ່ໄປ”.
        ນີ້ແມ່ນຮູບແບບການສຶກສາທີ່ກ້າວໜ້າ, ເອົາທິດສະດີໄປຄຽງຄູ່ກັບການປະຕິບັດ ເຊິ່ງໄດ້ປະກອບສ່ວນຢ່າງຫຼວງຫຼາຍເຂົ້າໃນການຍົກສູງຄຸນນະພາບການບໍາລຸງສ້າງພາສາຫວຽດ ໃຫ້ແກ່ນັກສຶກສາລາວ ຂອງໂຮງຮຽນມິດຕະພາບ T78. ພ້ອມທັງແມ່ນສ້າງກາລະໂອກາດ ພົບປະແລກປ່ຽນວັດທະນະທໍາ ແລະ ສ້າງການເຊື່ອມຕໍ່ຄວາມຮັກແພງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ ແລະ ລາວ.
 (ແຫຼ່ງຄັດຈາກ VOV)

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​​ຄັ້ງ​ທີ XIVຂອງພັກ: ຂີດ​ໝາຍ​ບັນ​ດາ​ຜົນ​ສຳ​ເລັດ​ດ້ານ​ເສດ​ຖະ​ກິດ

ຮ່າງເອກະສານຕີລາຄາ 5 ປີແຫ່ງການປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມ 10 ປີ 2021 – 2030” ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIVຂອງພັກ, ໃຫ້ຂໍສັງເກດວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ໂລກລະບາດ, ໄພທຳມະຊາດເກີດຂຶ້ນຢ່າງວຸ້ນວາຍ, ພື້ນຖານເສດຖະກິດຫວຽດນາມໃນໄລຍະ 5 ປີ 2021 – 2025 ຍັງບັນລຸໄດ້ບັນດາໝາກຜົນສຳຄັນແລະພົ້ນເດັ່ນ. ບັນດາໝາກຜົນຮອບດ້ານນັ້ນແມ່ນກຳລັງໜູນເພື່ອໃຫ້ຫວຽດນາມປະຕິບັດເປົ້າໝາຍການເຕີບໂຕບັນລຸລະດັບ 2 ຕົວເລກໃນໄລຍະ 2026 – 2030 ແລະກາຍເປັນປະເທດພັດທະນາມີລາຍຮັບສູງໃນປີ 2045.

Top